ກະຊວງການຕ່າງປະເທດອາເມຣິກາອະນຸມັດການຈຳໜ່າຍອາວຸດຍຸດໂທປະກອນທີ່ມີມູນຄ່າສູງໃຫ້ກັບເຂດໄຕ້ຫວັນຂອງຈີນ, ຈີນຈະຕອບໂຕ້ຢ່າງເດັດດ່ຽວຕໍ່ເລື່ອງນີ້

2024-09-19 16:09:03 cri

ຕໍ່ກັບເລື່ອງທີ່ກະຊວງການຕ່າງປະເທດອາເມຣິກາອະນຸມັດການຈຳໜ່າຍອາວຸດຍຸດໂທປະກອນທາງການທະຫານທີ່ມີມູນຄ່າປະມານ 228 ລ້ານໂດລາໃຫ້ກັບເຂດໄຕ້ຫວັນຂອງຈີນ, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 18 ກັນຍານີ້ວ່າ: ຈີນກ່າວປະນາມຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້ ພ້ອມທັງໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາ. ຈີນຈະປະຕິບັດມາດຕະການຕອບໂຕ້ຢ່າງເດັດດ່ຽວ ໂດຍໄດ້ປະກາດໄດ້ປະຕິບັດມາດຕະການລົງໂທດຕໍ່ວິສາຫະກິດອຸດສາຫະກຳການທະຫານ 9 ແຫ່ງຂອງອາເມຣິກາ.

ຕາມຂ່າວລາຍງານວ່າ: ວັນທີ 17 ກັນຍານີ້, ກົມການຮ່ວມມືດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງກະຊວງປ້ອງກັນປະເທດອາເມຣິກາໄດ້ອອກຖະແຫຼງການວ່າ: ກະຊວງການຕ່າງປະເທດອາເມຣິກາໄດ້ອະນຸມັດການຈຳໜ່າຍອາວຸດຍຸດໂທປະກອນທີ່ມີມູນຄ່າປະມານ 228 ລ້ານໂດລາໃຫ້ກັບເຂດໄຕ້ຫວັນຂອງຈີນ ເຊິ່ງລວມທັງການສົ່ງຄືນ, ສ້ອມແປງ ແລະ ຂົນສົ່ງຮອບໃໝ່ຂອງເຮືອບິນທະຫານ ແລະ ອຸປະກອນທີ່ກ່ຽວຂ້ອງ.

ທ່ານຫຼິນຈ້ຽນກ່າວຢ້ຳວ່າ: ອາເມຣິກາຈຳໜ່າຍອາວຸດຍຸດໂທປະກອນໃຫ້ກັບເຂດໄຕ້ຫວັນຂອງຈີນ ແມ່ນໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນກັບອາເມຣິກາ ໂດຍສະເພາະແມ່ນຖະແຫຼງການ 17 ສິງຫາຢ່າງຮ້າຍແຮງ, ໄດ້ລ່ວງລ້ຳອະທິປະໄຕ ແລະ ຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນຢ່າງຮ້າຍແຮງ, ທຳລາຍການພົວພັນຈີນ-ອາເມຣິກາ ກໍຄືສັນຕິພາບ ແລະ ຄວາມໝັ້ນທ່ຽງສອງຝັ່ງຊ່ອງແຄບໄຕ້ຫວັນ, ເປັນການສົ່ງສັນຍານອັນຜິດພາດຕໍ່ອິດທິກຳລັງແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ.