ຈີນສົ່ງດາວທຽມນຳທາງເປີຍໂຕໜ່ວຍທີ 59 ແລະ 60 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

2024-09-19 16:12:15 cri

ເວລາ 9 ໂມງ 14 ນາທີຂອງວັນທີ 19 ກັນຍານີ້, ຢູ່ຖານຍິງສົ່ງດາວທຽມຊີ່ຊ່າງຂອງຈີນ ໄດ້ສົ່ງດາວທຽມນຳທາງເປີຍໂຕໜ່ວຍທີ 59 ແລະ 60 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ ດ້ວຍຈະຫຼວດສົ່ງຍານ CZ 3B ແລະ ເຄື່ອງສົ່ງຍານ YZ-1. ດາວທຽມດັ່ງກ່າວເປັນດາວທຽມ MEO, ເປັນດາວທຽມຊຸດທີ 2 ທີ່ຖືກສົ່ງຂຶ້ນສູ່ອະວະກາດຫຼັງຈາກລະບົບນຳທາງດາວທຽມທົ່ວໂລກເປີຍໂຕ 3 ສ້າງສຳເລັດ ແລະ ເປີດນຳໃຊ້ເປັນຕົ້ນມາ. ຫຼັງຈາກດາວທຽມດັ່ງກ່າວເຂົ້າສູ່ວົງໂຄຈອນ ແລະ ສຳເລັດການທົດລອງຕາມວົງໂຄຈອນແລ້ວ ຈະເຊື່ອມຕໍ່ເຂົ້າກັບລະບົບນຳທາງດາວທຽມເປີຍໂຕ.