“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

2024-09-19 15:15:01 cri

ນັບແຕ່ວັນທີ 15 ຫາ 17 ກັນຍານີ້ແມ່ນໄລຍະພັກບຸນໄຫວ້ພະຈັນຂອງຈີນ. ການທ່ຽວສວນຊົມດວງຈັນ, ການສຳຜັດກັບມໍລະດົກວັດທະນະທຳນາມມະທຳ, ການຂີ່ເຮືອຊົມທິວທັດໃນຍາມລາຕີ ແລະອື່ນໆ ໄດ້ກາຍເປັນຮູບແບບໃໝ່ໃນການສະຫຼອງບຸນໄຫວ້ພະຈັນຢູ່ຕາມແຫຼ່ງທ່ອງທ່ຽວຕ່າງໆຂອງຈີນ. ຖານຂໍ້ມູນໃຫຍ່ສະແດງໃຫ້ເຫັນວ່າ: “ການທ່ອງທ່ຽວຍາມລາຕີແບບຈີນ” ທີ່ເນັ້ນໃສ່ການຊົມດວງຈັນ ແລະ ການເຕົ້າໂຮມຄວາມອົບອຸ່ນຂອງຄອບຄົວ ໄດ້ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ. “ການທ່ອງທ່ຽວຍາມລາຕີແບບຈີນ” ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວໄດ້ສຳຜັດກັບຄວາມມີສະເໜ່ຂອງວັດທະນະທຳອັນເປັນມູນເຊື້ອຂອງຈີນເທົ່ານັ້ນ, ກິດຈະກຳຕ່າງໆທີ່ມີຫຼາກຫຼາຍສີສັນ ເຊັ່ນ: ການຂີ່ເຮືອຊົມດວງຈັນ, ການແຫ່ຂະບວນໂຄມໄຟແສງສີ ແລະ ການສະແດງມໍລະດົກວັດທະນະທຳນາມະທຳຕ່າງໆ ກໍໄດ້ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາມີສ່ວນຮ່ວມຢ່າງຫ້າວຫັນ ເຊິ່ງໄດ້ກາຍເປັນຈຸດເດັ່ນໃໝ່ ໃນການເຜີຍແຜ່ວັດທະນະທຳທ້ອງຖິ່ນ ແລະ ຊຸກຍູ້ການພັດທະນາເສດຖະກິດ.