ສະພາແຫ່ງຊາດອູແກຣນຜ່ານກົດໝາຍ ຈະປ່ຽນຊື່ຂອງຄຸ້ມຊຸມຊົນຫຼາຍກວ່າ 300 ແຫ່ງ

2024-09-20 14:34:32 cri

ວັນທີ 19 ກັນຍານີ້, ສະພາລາດາສູງສຸດ ຫຼື ສະພາແຫ່ງຊາດຂອງອູແກຣນ ໄດ້ຜ່ານກົດໝາຍສະບັບໜຶ່ງ ທີ່ຈະປ່ຽນຊື່ຂອງຄຸ້ມຊຸມຊົນຫຼາຍກວ່າ 300 ແຫ່ງ ດ້ວຍສຽງເຫັນດີ 281 ຄະແນນ.


ຕາມຂ່າວແຈ້ງວ່າ: ນີ້ແມ່ນພາກສ່ວນໜຶ່ງຂອງມາດຕະການ “ການປາສະຈາກຣັດເຊຍ” ຂອງອູແກຣນ, ຄຸ້ມຊຸມຊົນຈຳນວນໜຶ່ງ ທີ່ຕັ້ງຊື່ດ້ວຍຊື່ຂອງຄົນຣັດເຊຍ ເຊັ່ນ: ປູສກິນ, ມີຊູຣິນ ເປັນຕົ້ນ ຈະຖືກປ່ຽນເປັນຊື່ໃໝ່.