ຈີນ ແລະ ຍີ່ປຸ່ນບັນລຸຄວາມຮັບຮູທີ່ເປັນເອກະພາບກັນກ່ຽວກັບໂຮງງານຜະລິດໄຟຟ້ານິວເຄລຍເລກໜຶ່ງຟູຄຸຊິມະປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2024-09-20 16:28:55 cri

ເມື່ອບໍ່ດົນມານີ້, ພາກສ່ວນທີ່ກ່ຽວຂ້ອງຂອງຈີນ ແລະ ຍີ່ປຸ່ນໄດ້ຈັດການເຈລະຈາຫຼາຍຮອບກ່ຽວກັບໂຮງງານຜະລິດໄຟຟ້ານິວເຄລຍເລກໜຶ່ງຟູຄຸຊິມະປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ໂດຍໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນດັ່ງນີ້:

ໜຶ່ງ, ຍີ່ປຸ່ນຢືນຢັນຈະປະຕິບັດຕາມພັນທະທີ່ກຳນົດໃນກົດໝາຍສາກົນ, ພະຍາຍາມຈົນສຸດຄວາມສາມາດ ເພື່ອຫຼີກເວັ້ນບໍ່ໃຫ້ສ້າງຜົນກະທົບຕໍ່ສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ, ພ້ອມທັງຈະສືບຕໍ່ດຳເນີນການປະເມີນຜົນກະທົບທີ່ມີຕໍ່ສິ່ງແວດລ້ອມ ແລະ ລະບົບນິເວດທາງທະເລ.

ສອງ, ຍີ່ປຸ່ນຍິນດີສ້າງກົນໄກສາກົນຕິດຕາມກວດກາໄລຍະຍາວທີ່ປົກຄຸມຂັ້ນຕອນສຳຄັນໃນການປ່ອຍນ້ຳລົງທະເລ ພາຍໃຕ້ຂອບອົງການພະລັງງານປະລາມານູສາກົນ ພ້ອມທັງຮັບປະກັນໃຫ້ປະເທດທີ່ມີສ່ວນໄດ້ສ່ວນເສຍ ເຊິ່ງລວມທັງປະເທດຈີນເຂົ້າຮ່ວມການຕິດຕາມກວດກາດັ່ງກ່າວ ແລະ ຮັບປະກັນໃຫ້ປະເທດເຫຼົ່ານີ້ສາມາດປະຕິບັດການເກັບຕົວຢ່າງ ແລະ ຕິດຕາມວັດແທກຕົວຢ່າງ ກໍຄືການວິເຄາະຢູ່ຫ້ອງທົດລອງຢ່າງເປັນເອກະລາດ.

ສາມ, ສອງຝ່າຍເຫັນດີເປັນເອກະພາບກັນວ່າ: ດ້ວຍຄວາມຮັບຜິດຊອບໃນລະດັບສູງທີ່ມີຕໍ່ສິ່ງແວດລ້ອມນິເວດ ກໍຄືຊີວິດ ແລະ ສຸຂະພາບຂອງທົ່ວປວງຊົນ, ຕ້ອງດຳເນີນການສົນທະນາທີ່ມີລັກສະນະສ້າງສັນຢ່າງຕໍ່ເນື່ອງບົນພື້ນຖານວິທະຍາສາດ, ແກ້ໄຂຄວາມເປັນຫ່ວງທີ່ກ່ຽວຂ້ອງກັບການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຢ່າງສົມເຫດສົມຜົນ.

ສີ່, ຈີນຈະຟື້ນຟູການນຳເຂົ້າຜະລິດຕະພັນນ້ຳຂອງຍີ່ປຸ່ນທີ່ໄດ້ມາດຕະຖານເທື່ອລະກ້າວ ຫຼັງຈາກໄດ້ເຂົ້າຮ່ວມການຕິດຕາມກວດກາໄລຍະຍາວຈາກສາກົນ ແລະ ການເຄື່ອນໄຫວເກັບຕົວຢ່າງທີ່ເປັນເອກະລາດຂອງປະເທດເຂົ້າຮ່ວມການຕ້ດຕາມກວດກາ ພາຍໃຕ້ຂອບອົງການພະລັງງານປະລາມານູສາກົນ.