ທ່ານຫວາງຢີ້ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດຂອງອົງການສະຫະປະຊາຊາດ ໃນຖານະເປັນທູດພິເສດຂອງທ່ານປະສີຈິ້ນຜິງ

2024-09-20 14:31:35 cri

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 19 ກັນຍານີ້, ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນຖະແຫຼງວ່າ: ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດຂອງອົງການສະຫະປະຊາຊາດ ທີ່ຈະຈັດຂຶ້ນລະຫວ່າງວັນທີ 22 ຫາ 28 ກັນຍານີ້ ຢູ່ນະຄອນນິວຢອກຂອງອາເມຣິກາ ໃນຖານະເປັນທູດພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ຈະເຂົ້າຮ່ວມການອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະປະຊາຊາດສະໄໝທີ 79.


ທ່ານລິນຈ້ຽນກ່າວຕື່ມວ່າ: ໃນໄລຍະເຂົ້າຮ່ວມກອງປະຊຸມ, ທ່ານຫວາງຢີ້ຈະບັນຍາຍນະໂຍບາຍ ແລະ ຫຼັກໝັ້ນຂອງຈີນຢ່າງຮອບດ້ານ ກ່ຽວກັບສະພາບການສາກົນ, ການບໍລິຫານທົ່ວໂລກ, ບັນຫາສາກົນ ແລະ ພາກພື້ນທີ່ສຳຄັນ ພ້ອມທັງແນະນຳແນວຄວາມຄິດແລະຈຸດຢືນຂອງຈີນທີ່ສຳຄັນ ກ່ຽວກັບຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ. ຈີນຈະເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັບອົງການສະຫະປະຊາຊາດ, ປະເທດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຕື່ມອີກ ເພື່ອຊຸກຍູ້ໃຫ້ປະຊາຄົມໂລກຍຶດໝັ້ນລັດທິຫຼາຍຝ່າຍຢ່າງແທ້ຈິງ, ພະຍາຍາມຮ່ວມກັນເພື່ອຮັບມືກັບສິ່ງທ້າທາຍຕ່າງໆທີ່ມີລັກສະນະທົ່ວໂລກຕ່າງໆ, ຮ່ວມກັນຊຸກຍູ້ພາລະກິດສັນຕິພາບ, ການພັດທະນາ ແລະ ຄວາມກ້າວໜ້າຂອງໂລກ ພ້ອມທັງຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.