ຈີນຮຽກຮ້ອງໃຫ້ອິດສະຣາແອນຈົ່ງຍຸດຕິດື້ດ້ານນຳໃຊ້ກຳລັງອາວຸດ ແລະຢຸດການເຄື່ອນໄຫວທາງການທະຫານຢູ່ເຂດກາຊາໃນທັນທີ

2024-09-20 14:42:22 CRI


ວັນທີ 19 ກັນຍານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມເປີດກວ້າງກ່ຽວກັບສະຖານະການລະຫວ່າງປາແລັດສະຕິນກັບອິດສະຣາແອນ, ໂດຍສະເພາະແມ່ນສະພາບການຈັດຕັ້ງປະຕິບັດມະຕິເລກ 2334 ທີ່ຮຽກຮ້ອງໃຫ້ອິດສະຣາແອນຍຸດຕິການຕັ້ງຖິ່ນຖານແບບຜິດກົດໝາຍ. ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ, ການຍຶດຄອງຈະບໍ່ໄດ້ເຮັດໃຫ້ອິດສະຣາແອນມີຄວາມປອດໄພຫຼາຍກວ່າເກົ່າ, ມີແຕ່ຈະສ້າງຄວາມຄຽດແຄ້ນ ແລະ ຄວາມເປັນປໍລະປັກກັນຫຼາຍກວ່າເກົ່າ ເຊິ່ງຈະເຮັດໃຫ້ສອງຝ່າຍປາແລັດສະຕິນກັບອິດສະຣາແອນຕົກຢູ່ໃນຮອບວຽນແຫ່ງການປະທະກັນດ້ວຍຄວາມຮຸນແຮງ. ມີແຕ່ສິ້ນສຸດການຍຶດຄອງ ແລະ ເຮັດໃຫ້ປາແລັດສະຕິນສະຖາປະນາປະເທດຢ່າງເປັນເອກະລາດເທົ່ານັ້ນ ຈຶ່ງສາມາດບັນລຸການຢູ່ຮ່ວມກັນໂດຍສັນຕິ ແລະ ບັນລຸສັນຕິພາບຢ່າງຖາວອນຢູ່ເຂດຕາເວັນອອກກາງໄດ້ຢ່າງແທ້ຈິງ.

 

ທ່ານເກີງສວງຊີ້ອອກວ່າ, ປະຊາຄົມໂລກຕ້ອງໃຊ້ການເຄື່ອນໄຫວດ້ວຍຄວາມຄັບຂັນທີ່ສຸດ, ຟື້ນຟູອະນາຄົດດ້ານການເມືອງຂອງ “ແຜນການສອງປະເທດ”. ຈີນສະໜັບສະໜູນມະຕິຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ສະເໜີໃຫ້ຈັດກອງປະຊຸມສັນຕິພາບສາກົນ ໂດຍອີງໃສ່ສະມັດຊາໃຫຍ່ອົງການສະຫະປະຊາຊາດ, ເປິກສາຫາລືກ່ຽວກັບມະຕິທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດ ແລະ “ແຜນການສອງປະເທດ”.