ຈີນຄັດຄ້ານອາເມຣິກາສົ່ງລະບົບລູກສອນໄຟນຳວິຖີໄລຍະກາງເຂົ້າໄປປະຈຳການຢູ່ຟີລິບປິນ

2024-09-20 14:33:40 cri

ວັນທີ 19 ກັນຍານີ້, ທ່ານລິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວຖາມກ່ຽວກັບບັນຫາທີ່ອາເມຣິກາໄດ້ສົ່ງລະບົບລູກສອນໄຟນຳວິຖີໄລຍະກາງເຂົ້າໄປປະຈຳການຢູ່ຟີລິບປິນ.


ທ່ານລິນຈ້ຽນຕອບວ່າ: ຈີນໄດ້ສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ການລາຍງານຂ່າວທີ່ກ່ຽວຂ້ອງ. ກ່ຽວກັບອາເມຣິກາຕິດຕັ້ງລະບົບລູກສອນໄຟນຳວິຖີໄລຍະກາງເຂົ້າໄປປະຈຳການຢູ່ຟີລິບປິນ, ຈີນໄດ້ສະແດງຫຼັກໝັ້ນຄັດຄ້ານຢ່າງເຄັ່ງຂຶມຂອງຕົນມາຫຼາຍເທື່ອແລ້ວ, ການກະທຳທີ່ກ່ຽວຂ້ອງໄດ້ເຮັດໃຫ້ກົງລໍ້ປະຫວັດສາດຖອຍຄືນຫຼັງ, ເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ຄວາມໝັ້ນຄົງແຫ່ງຊາດຂອງປະເທດໃນພາກພື້ນ, ເຮັດໃຫ້ການເປັນປໍລະປະກັນດ້ານການທະຫານໃນພາກພື້ນນີ້ດຸເດືອດຂຶ້ນ ເຊິ່ງເຮັດໃຫ້ປະເທດທີ່ກ່ຽວຂ້ອງໃນພາກພື້ນມີສະຕິລະວັງຕົວໃນລະດັບສູງ ແລະ ສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ເລື່ອງນີ້.