ມະໂນພາບ “ພາກໃຕ້ໂລກ” ຖືກບັນທຶກເຂົ້າໃນມະຕິກອງປະຊຸມໃຫຍ່ອົງການພະລັງງານປະລະມານູສາກົນເປັນຄັ້ງທຳອິດ

2024-09-20 14:33:10 CRI


ວັນທີ 19 ກັນຍານີ້, ກອງປະຊຸມໃຫຍ່ອົງການພະລັງງານປະລະມານູສາກົນຄັ້ງທີ 68 ໄດ້ຮັບຮອງເອົາມະຕິ “ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີຂອງອົງການພະລັງງານປະລະມານູສາກົນ” ທີ່ສະເໜີໂດຍ “ກຸ່ມ 77 ປະເທດກັບຈີນ” ດ້ວຍຮູບແບບການເປິກສາຫາລືເປັນເອກະພາບກັນ. ໃນນັ້ນ ໄດ້ບັນທຶກມະໂນພາບ “ພາກໃຕ້ໂລກ” ເຂົ້າໃນມະຕິດັງກ່າວເປັນຄັ້ງທຳອິດ ໂດຍເນັ້ນໜັກເຖິງຄວາມສຳຄັນທີ່ກອງເລຂາຂອງອົງການຕົນສະໜັບສະໜູນປະເທດສະມາຊິກຕ່າງໆເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີ, ຮຽກຮ້ອງໃຫ້ປະເທດທີ່ພັດທະນາແລ້ວສະໜອງຊັບພະຍາກອນຫຼາຍກວ່າເກົ່າໃຫ້ແກ່ປະເທດພວມພັດທະນາເພື່ອສະໜັບສະໜູນການຮ່ວມມືດ້ານເຕັກໂນໂລຊີ, ຊຸກຍູ້ໃຫ້ປະເທດສະມາຊິກ “ພາກໃຕ້ໂລກ” ນຳໃຊ້ພະລັງງານປະລະມານູເຂົ້າໃນທາງສັນຕິ, ເລັ່ງລັດບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

 

ທ່ານຫຼີຊົ່ງ ເອກອັກຄະລັດຖະທູດຈີນປະຈຳອົງການພະລັງງານປະລະມານູສາກົນກ່າວວ່າ, ການພັດທະນາແມ່ນຂໍກຸນແຈທີ່ສຳຄັນໃນການແກ້ໄຂສິ່ງທ້າທາຍປະເພດຕ່າງໆຂອງໂລກໃນປັດຈຸບັນ, ການຊຸກຍູ້ການພັດທະນາຂອງ “ພາກໃຕ້ໂລກ” ຜ່ານການຮ່ວມມືສາກົນແມ່ນມີຄວາມສຳຄັນເປັນຢ່າງຍິ່ງ. ໃນຂະບວນການເປິກສາຫາລືມະຕິດັ່ງກ່າວ, ຈີນໄດ້ສະເໜີທັດສະນະ “ປະລະມານູສ້າງຜົນປະໂຫຍດໃຫ້ແກ່ພາກໃຕ້ໂລກ”, ເຊິ່ງໄດ້ຮັບຄວາມຊົມເຊີຍເປັນຢ່າງສູງຈາກປະເທດພວມພັດທະນາຈຳນວນຫຼວງຫຼາຍ.