ລັດຖະມົນຕີການຕ່າງປະເທດອາເມຣິກາຢ້ຽມຢາມຕາເວັນອອກກາງເຖິງສິບຄັ້ງ ແຕ່ກໍບໍ່ໄດ້ຜົນຕາມຄວາມປາດຖະໜາ

2024-09-20 14:58:37 CRI


ລະຫວ່າງວັນທີ 18-19 ກັນຍານີ້, ທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ເດີນທາງຢ້ຽມຢາມເອຢິບ ເຊິ່ງເປັນຄັ້ງທີ 10 ທີ່ທ່ານເດີນທາງໄປຢ້ຽມຢາມຕາເວັນອອກກາງ ນັບແຕ່ປາແລັດສະຕິນ-ອິດສະຣາແອນເກີດການປະທະກັນຮອບໃໝ່ ເມື່ອເດືອນຕຸລາປີຜ່ານມາ ແລະກໍເປັນຄັ້ງທຳອິດທີ່ທ່ານບໍ່ຈັດເອົາອິດສະຣາແອນເຂົ້າໃນປະເທດທີ່ຕ້ອງຢ້ຽມຢາມ ຄືກັບການຢ້ຽມຢາມຕາເວັນອອກກາງໃນທຸກຄັ້ງຜ່ານມາ. ນັກວິເຄາະເຫັນວ່າ: ການຢ້ຽມຢາມຕາເວັນອອກກາງຄັ້ງນີ້ຂອງທ່ານບລິນເກນ ພໍດີຖືກກັບໄລຍະເວລາທີ່ຢູ່ລີບັງໄດ້ເກີດເຫດການອຸປະກອນການສື່ສານລະເບີດຂຶ້ນເປັນບໍລິເວນກວ້າງ ແລະ ສະຖານະການຢູ່ຕາເວັນອອກກາງພວມຮຸນແຮງຂຶ້ນຕື່ມອີກຢ່າງຕໍ່ເນື່ອງ, ຈຸດປະສົງຂອງທ່ານບລິນເກນແມ່ນເພື່ອຢາກໄດ້ຮັບການສະໜັບສະໜູນຈາກເອຢິບ ໃນການເຈລະຈາຢຸດຍິງຢູ່ເຂດກາຊາ ແຕ່ບໍ່ໄດ້ສົມຄວາມປາດຖະໜາຂອງອາເມຣິກາແຕ່ປະການໃດ.


ໂດຍຕ່າງກັນກັບການເດີນທາງຢ້ຽມຢາມຕາເວັນອອກກາງໃນ 9 ຄັ້ງຜ່ານມາ, ເທື່ອນີ້ທ່ານບລິນເກນບໍ່ໄດ້ໄປຢ້ຽມຢາມອິດສະຣາແອນ. ສື່ມວນຊົນອາເມຣິກາຫຼາຍ ສຳນັກຊີ້ອອກວ່າ: ນີ້ໄດ້ສະແດງໃຫ້ເຫັນວ່າ ທ່ານບລິນເກນສຳນຶກຮູ້ວ່າ ການເດີນທາງໄປຢ້ຽມຢາມຕາເວັນອອກກາງເທື່ອນີ້ ຈະບໍ່ມີການບຸກທະລຸຕາມຄວາມປາດຖະໜາແຕ່ປະການໃດ, ຂະນະດຽວກັນຍັງສະແດງໃຫ້ເຫັນວ່າ ການເຈລະຈາຢຸດຍິງຢູ່ເຂດກາຊາ ໄດ້ຕົກເຂົ້າສູ່ສະພາບທີ່ບໍ່ໄປບໍ່ມາ ໃນຂະນະທີ່ອາຍຸການຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ເຂົ້າສູ່ໄລຍະສຸດທ້າຍແລ້ວ.