ກະຊວງການຕ່າງປະເທດຈີນຄັດຄ້ານທຸກການກະທຳທີ່ລ່ວງລ້ຳອະທິປະໄຕ ແລະ ຄວາມໝັ້ນຄົງຂອງລີບັງ

2024-09-20 14:45:56 CRI


ວັນທີ 19 ກັນຍານີ້, ທ່ານຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ, ຫວ່າງບໍ່ດົນມານີ້, ຢູ່ຫຼາຍທ້ອງຖິ່ນຂອງລີບັງໄດ້ເກີດເຫດການທີ່ອຸປະກອນການສື່ສານລະເບີດ, ທ່ານມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

 

ທ່ານຫຼິຈ້ຽນຕອບວ່າ: ຈີນໃຫ້ຄວາມສົນໃຈເປັນຢ່າງສູງຕໍ່ເຫດການນີ້, ຄັດຄ້ານທຸກການກະທຳທີ່ລ່ວງລ້ຳອະທິປະໄຕ ແລະ ຄວາມໝັ້ນຄົງຂອງລີບັງ, ພ້ອມທັງສະແດງຄວາມເປັນຫ່ວງຕໍ່ຫດການດັ່ງກ່າວທີ່ອາດຈະເຮັດໃຫ້ສະຖານະການຄວາມເຄັ່ງຕຶງຢູ່ພາກພື້ນຮ້າຍແຮງຂຶ້ນຕື່ມອີກ. ຈີນຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ເຂດຕາເວັນອອກກາງຢ່າງແທ້ຈິງ.