ຫຼາຍປະເທດຢູ່ເອີຣົບເກີດໄພນ້ຳຖ້ວມຍ້ອນຝົນຕົກຢ່າງໜັກ

2024-09-20 16:36:35 cri

ຝົນຕົກໜັກຫຼາຍມື້ລຽນຕິດໄດ້ໃນເຂດພາກກາງເອີຣົບກຳລັງເກີດໄພນ້ຳຖ້ວມທີ່ຮ້າຍແຮງທີ່ສຸດໃນຮອບ 20 ປີທີ່ຜ່ານມາ, ໄພນ້ຳຖ້ວມໃນຄັ້ງນີ້ໄດ້ສ້າງຜົນກະທົບໃຫ້ແກ່ຫຼາຍປະເທດ. ມາຮອດປັດຈຸບັນ, ໄພນ້ຳຖ້ວມດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 24 ຄົນ ແລະ ຜົນເສຍຫາຍດ້ານເສດຖະກິດກໍຍັງເພີ່ມຂຶ້ນເລື້ອຍໆ.

ນັບແຕ່ວັນທີ 18 ກັນຍານີ້ເປັນຕົ້ນມາ, ເຂດເອມີເລຍ-ໂຣມັກນາ ທາງພາກເໜືອຂອງອີຕາລີ ໄດ້ເກີດມີຝົນຕົກໜັກ ເຊິ່ງໄດ້ເຮັດໃຫ້ແມ່ນ້ຳລົ້ນຝັ່ງ ແລ້ວໄຫຼເຂົ້າຖ້ວມພື້ນທີ່ຈຳນວນໜຶ່ງຂອງເຂດຝັ່ງແມ່ນ້ຳ. ປັດຈຸບັນ, ໄພນ້ຳຖ້ວມໄດ້ເຮັດໃຫ້ຢູ່ອີຕາລີມີຜູ້ຫາຍສາບສູນ 2 ຄົນ ແລະ ຫຼາຍກວ່າພັນຄົນຖືກຍົກຍ້າຍ.

ຢູ່ຮົງກາຣີ, ແມ່ນ້ຳດານູເບໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງຍ້ອນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ເສັ້ນທາງຈຳນວນໜຶ່ງໄດ້ປິດການສັນຈອນ, ລົດໄຟ ແລະ ເຮືອທີ່ຢູ່ລຽບຕາມແມ່ນ້ຳດັ່ງກ່າວຕ່າງກໍໄດ້ປິດບໍລິການ. ຢູ່ນະຄອນຫຼວງບູດາເປດ, ນ້ຳໄດ້ຖ້ວມທ່າເຮືອທີ່ຢູ່ເຂດລຸ່ມແມ່ນ້ຳ ແລະ ສ້າງໄພຂົ່ມຂູ່ຕໍ່ລົດລາງໄຟຟ້າ ແລະ ລົດໄຟໃຕ້ດິນ,ສະພາບການສັນຈອນຈຳນວນໜຶ່ງໄດ້ຢຸດໃຫ້ບໍລິການຊົ່ວຄາວ. ປັດຈຸບັນ, ຮົງກາຣີໄດ້ລະດົມ 6.000 ຄົນເຂົ້າຮ່ວມການກູ້ໄພ.