ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ

2024-09-21 17:21:38 cri


ໃນງານກິລາໂອລິມປິກປາຣີທີ່ສິ້ນສຸດໃນຕົ້ນເດືອນສິງຫາຜ່ານມາ, ນາງ ຈ່າງຢວີເຟີ່ຍ ນັກກິລາລອຍນ້ຳທີມຊາດຈີນ ໄດ້ຮັບ 1 ຫຼຽນເງິນ ແລະ 5 ຫຼຽນທອງ ລວມ 6 ຫຼຽນ, ຈຳນວນຫຼຽນລາງວັນໃນງານກິລາໂອລິມປິກໃນຊີວິດອາຊີບຂອງນາງ ນັບລວມແລ້ວບັນລຸ 10 ຫຼຽນ (2 ຫຼຽນຄຳ, 3 ຫຼຽນເງິນ ແລະ 5 ຫຼຽນທອງ), ກາຍເປັນນັກກິລາທີ່ໄດ້ຮັບຫຼຽນລາງວັນຫຼາຍກວ່າໝູ່ໃນປະຫວັດສາດງານກິລາໂອລິມປິກຂອງທີມຊາດຈີນ.


ຕໍ່ເລື່ອງທີ່ວ່າບໍ່ໄດ້ຮັບຫຼຽນຄຳໃນງານກິລາໂອລິມປິກຄັ້ງນີ້, ນາງຮູ້ສຶກເສຍດາຍໜ້ອຍໜຶ່ງ. ແຕ່ຄວາມດຸເດືອດຂອງການແຂ່ງຂັນກິລາກໍມີຢູ່ວ່າ: “ບໍ່ແມ່ນວ່າເຈົ້າທຳຄວາມພະຍາຍາມສຸດຂີດແລ້ວ ກໍຈະໄດ້ຜົນງານທີ່ເຈົ້າຢາກໄດ້”. ແຕ່ນາງຍັງມີຄວາມຫວັງຕໍ່ອະນາຄົດວ່າ: “ເວລາໃດ, ຂ້າພະເຈົ້າຈະບໍ່ປະຖິ້ມ. ໃນອະນາຄົດ, ຂ້າພະເຈົ້າຍັງຈະພະຍາຍາມສຸດຄວາມສາມາດຂອງຕົນ”.



ນາງ ຈ່າງຢວີເຟີ່ຍ ເກີດຢູ່ນະຄອນຊວີໂຈ່ວ ແຂວງຈ່ຽງຊູ່ໃນເດືອນເມສາປີ 1998, ເມື່ອອາຍຸ 3 ປີ ກໍເລີ່ມຮຽນລອຍນ້ຳນຳແມ່. ຮອດປີ 2010 ນາງກໍເລີ່ມໄດ້ຜົນງານດີເດັ່ນໃນງານກິລາແຂວງຈ່ຽງຊູ່ດ້ວຍ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງເລີຍ.


ແຕ່ຮອດຍາມອາຍຸ 17 ປີ, ນາງຖືກບົ່ງມະຕິມີອາການກະດູກສັນຫຼັງເປັນຮູບກົ່ງແບບມາແຕ່ເກີດ, ສຳລັບຄົນປົກກະຕິແມ່ນຮູບໂຕ S. ສະນັ້ນ, ຄູເຝິກ ແລະ ພະນັກງານວິທະຍາສາດເຕັກໂນໂລຊີທີ່ກ່ຽວຂ້ອງ ຈຶ່ງຈຳເປັນວາງແຜນການເຝິກແອບສະເພາະນາງ ເພື່ອຊ່ວຍນາງປັບປຸງພາລະບົດບາດຂອງຮ່າງກາຍ, ປົວບາດເຈັບໃນການເຝິກແອບ, ບວກກັບວ່າ ນາງຍຶດໝັ້ນເຝິກແອບເປັນເວລາຍາວນານ, ສະພາບການຂອງນາງຈຶ່ງຄ່ອຍໆດີຂຶ້ນ.



ນາງ ຈ່າງຢວີເຟີ່ຍ ແມ່ນນັກແຂ່ງຂັນກິລາມາແຕ່ເກີດ. ນາງມັກການແຂ່ງຂັນໂດຍທຳມະຊາດ. ທ່ານ ຂົງໝຽວ ຄູເຝິກຜູ້ທຳອິດຂອງນາງບອກໃຫ້ຮູ້ວ່າ: ໃນຍາມເຝິກແອບເມື່ອອາຍຸ 8-9 ປີ, ນາງກໍສະແດງຄວາມຄອງຄອຍຕໍ່ໄຊຊະນະອອກມາ. ນາງມັກເປັນເຈົ້າການໄປທ້າທາຍກັບຄົນທີ່ເກັ່ງກວ່າຕົນເອງ ຈົນກວ່າຈະເອົາຊະນະເຂົາຄົນນັ້ນໃນມື້ໃດມື້ໜຶ່ງ. ເງື່ອນໄຂຂອງນາງ ຈ່າງຢວີເຟີ່ຍ ດີຫຼາຍ, ເມື່ອລອຍໃນສະກໍປ່ຽນເປັນຄືຄົນອື່ນ. ພອນສະຫວັນສຳຄັນທີ່ສຸດຂອງນາງແມ່ນຄຸນນະພາບທີ່ດີທາງດ້ານຮ່າງກາຍ, ຮ່າງກາຍຂອງນາງຟື້ນຟູດີໄວຂະໜາດ. ເວົ້າສຳລັບນັກກິລາລອຍນ້ຳແລ້ວ, ຄວາມສາມາດແບບນີ້ໝາຍຄວາມວ່າ ນາງມີຄວາມອົດທົນທີ່ດີຫຼາຍຕໍ່ການເຝິກແອບ.


ເທື່ອນີ້ແມ່ນນາງ ຈ່າງຢວີເຟີ່ຍ ເຂົ້າຮ່ວມງານກິລາໂອລິມປິກເທື່ອທີ 3. ຫຼັງຈາກປິດງານແລ້ວ, ນາງຫວັງຢາກພັກຜ່ອນໄລຍະໜຶ່ງ ແລະ ປ່ຽນແປງຊີວິດການລອຍນ້ຳໃນຫຼາຍປີຜ່ານມາຄືແນວນີ້, ນາງເວົ້າວ່າ: “ຂ້າພະເຈົ້າຢາກລອງປະສົບການຊີວິດທີ່ຕ່າງຈາກນີ້, ອາດຈະຫາຄູ່ຮັກ, ຢາກໄປຮຽນຢູ່ມະຫາວິທະຍາໄລ ທັງຢາກໄປທ່ອງທ່ຽວ”.



ເມື່ອຖືກຖາມເຖິງວ່າ ນາງຈະເຂົ້າຮ່ວມງານກິລາໂອລິມປິກ 5 ເທື່ອເໝືອນດັ່ງທ່ານນາງ Sarah Sjöström ນັກກິລາອາວຸໂສທີ່ມີຊື່ສຽງຂອງຊູແອັດທີ່ເປັນຄູ່ແຂ່ງຂັນຂອງນາງບໍ, ນາງ ຈ່າງຢວີເຟີ່ຍ ຕອບວ່າ: “ແມ່ນລະ, ຂ້າພະເຈົ້າຢາກເປັນຄືກັບລາວ. ບາງທີ່ອາດຈະໃຊ້ຊີວິດທີ່ແຕກຕ່າງໄປຈາກນີ້ເປັນເວລາໄລຍະໜຶ່ງແລ້ວ ຂ້າພະເຈົ້າຈະກັບມາສະໜາມແຂ່ງຂັນ ກໍອາດເປັນໄປໄດ້ໄດ໋!”