ຈັດງານວາງສະແດງສີນຄ້າຈີນ-ອາຊຽນມາເປັນເວລາ 20 ປີ ໄດ້ຮັບຜົນງານຢ່າງຫຼວງຫຼາຍ

2024-09-21 17:10:12 cri


   ງານວາງສະແດງສີນຄ້າຈີນ-ອາຊຽນຄັ້ງທີ 21 ຈະຈັດຂຶ້ນຢູ່ນະຄອນນານນີງເຂດກວາງຊີຈີນລະຫວ່າງວັນທີ 24-28 ກັນຍານີ້.

   ຕາມສະຖິຕິຈາກອົງການພາສີ, ນັບແຕ່ຈັດງານວາງສະແດງສີນຄ້າຈີນ-ອາຊຽນມາເປັນເວລາ 20 ປີມານີ້, ຂະໜາດການຄ້າສອງຝ່າຍລະຫວ່າງຈີນ-ປະເທດອາຊຽນໄດ້ຂະຫຍາຍກວ້າງອອກຢ່າງວ່ອງໄວ, ເພີ່ມຈາກ 876,38 ຕື້ຢວນໃນປີ2004 ຂຶ້ນເຖິງ 6.410 ຕື້ຢວນໃນປີ 2023 ເຊິ່ງສະເລ່ຍແລ້ວເພີ່ມຂຶ້ນ 11%ຕໍ່ປີ.

   ໃນ 8 ເດືອນຕົ້ນປີນີ້, ການຄ້າຂາເຂົ້າຂາອອກຂອງຈີນຕໍ່ກັບອາຊຽນມີເຖິງ 4.500 ຕື້ຢວນ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ເວລາດຽວກັນຂອງປີກາຍ, ອາຊຽນສືບຕໍ່ເປັນຄູ່ຄ້າອັນດັບ 1 ຂອງຈີນ.

   ການຮ່ວມມືລະຫວ່າງຈີນ-ອາຊຽນມີຈຸດພິເສດ ຄື: ການໄປມາຫາສູ່ກັນທາງການຄ້າລະຫວ່າງວິສາຫະກິດເອກະຊົນຂອງຈີນກັບອາຊຽນຄຶກຄື້ນຫຼາຍ, ຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງມີການຮ່ວມມືຢ່າງແໜ້ນແຟ້ນ, ຂົງເຂດຜະລິດຕະພັນກະສິກຳມີທ່າແຮງທີ່ຊ່ວຍຊູຍູ້ໜູນກັນ, ດ່ານອັດສະລິຍະດຳເນີນງານສະດວກຢ່າງຕໍ່ເນື່ອງ, ມີຜົນດີຕໍ່ການຊຸກຍູ້ການຄ້າຊາຍແດນ.