ຈີນຫວັງໃຫ້ທຸກຝ່າຍເດີນຕາມທິດທາງດຽວກັນເພື່ອແກ້ໄຂບັນຫາແຫຼມເກົາຫຼີຜ່ານທາງການເມືອງ

2024-09-21 17:07:30 cri


   ວັນທີ 20 ກັນຍານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ປີນີ້ແມ່ນປີທີ່ການເຈລະຈາ 6 ຝ່າຍອອກ “ຖະແຫຼງການຮ່ວມ 19 ກັນຍາ” ຄົບຮອບ 19 ປີ, ໃນເວລາ 19 ປີຜ່ານມາ ສະຖານະການແຫຼມເກົາຫຼີໄດ້ມີການປ່ຽນແປງຢ່າງຫຼວງຫຼາຍ, ຂໍຖາມແດ່ຈີນ ມີຄວາມເຫັນຄືແນວໃດຕໍ່ສະຖານະການປັດຈຸບັນນີ້? ແລະມີຂໍ້ສະເໜີແນວໃດແດ່ຕໍ່ທຸກຝ່າຍທີ່ກ່ຽວຂ້ອງກັບວຽກງານແຫຼມເກົາຫຼີ?

   ທ່ານນາງເມົານີງຕອບວ່າ: ການເຈລະຈາ 6 ຝ່າຍອອກ “ຖະແຫຼງການຮ່ວມ 19 ກັນຍາ”ນັ້ນ ແມ່ນຜົນງານຈາກຄວາມພະຍາຍາມຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນຕໍ່ການຮັກສາຄວາມໝັ້ນທ່ຽງຂອງສະຖານະການ ແລະການຜ່ອນຄາຍຄວາມເຄັ່ງຕຶງ. ການປົກປັກຮັກສາສັນຕິພາບແລະສະຖຽນລະພາບ, ພ້ອມທັງຊຸກຍູ້ການແກ້ໄຂບັນຫາແຫຼມເກົາຫຼີຜ່ານທາງການເມືອງນັ້ນ ແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງບັນດາຝ່າຍ ແລະສອດຄ່ອງກັບຄວາມຄອງຄອຍທົ່ວໄປຂອງປະຊາຄົມໂລກ. ປັດຈຸບັນ, ສະຖານະການແຫຼມເກົາຫຼີເຄັ່ງຕຶງຢ່າງຕໍ່ເນື່ອງ, ພວກເຮົາຫວັງໃຫ້ທຸກຝ່າຍຈົ່ງເດີນຕາມທິດທາງດຽວກັນເພື່ອແກ້ໄຂບັນຫາແຫຼມເກົາຫຼີຜ່ານທາງການເມືອງ, ເສີມຂະຫຍາຍບົດບາດລັກສະນະສ້າງສັນເພື່ອບັນລຸຄວາມໝັ້ນຄົງແລະຄວາມສະຫງົບອັນຍາວນານຂອງແຫຼມເກົາຫຼີແລະຂອງພາກພື້ນອາຊີຕາເວັນອອກສຽງເໜືອ.