CMG ກັບ ກະຊວງກະສິກຳແລະຊົນນະບົດຈີນຕົກລົງດຳເນີນການຮ່ວມມືຍຸດທະສາດ

2024-09-21 11:23:07 CRI

    ວັນທີ 20 ກັນຍານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ກັບ ກະຊວງກະສິກຳ ແລະ ຊົນນະບົດຈີນໄດ້ເຊັນສັນຍາຂອບການຮ່ວມມືຍຸດທະສາດຢູ່ນະຄອນຫຼວງປັກກິ່ງ.


 

    ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ກ່າວວ່າ: CMG ຈະໂຄສະນາ ແລະ ອະທິບາຍຄຳບັນຍາຍອັນສຳຄັນກ່ຽວກັບວຽກງານ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ” ຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມູນິດຈີນຕື່ມອີກ, ສະແດງໃຫ້ເຫັນສະພາບການດີງາມຂອງຄວາມທັນສະໄໝແບບຈີນໃນຂົງເຂດ“ກະສິກຳ ຊົນນະບົດ ແລະ ຊາວກະສິກອນ”ຢ່າງມີຊີວິດຊີວາ, ເລົ່າເລື່ອງກ່ຽວກັບ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ” ໃນຍຸກໃໝ່ໃຫ້ດີຕື່ມອີກ, ຊຸກຍູ້ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ”ໃຫ້ມີການພັດທະນາທີ່ມີຄຸນນະພາບສູງ, ປະກອບສ່ວນຫຼາຍກວ່າເກົ່າເພື່ອຊຸກຍູ້ກະສິກຳຫັນເປັນທັນສະໄໝ ແລະ ຊຸກຍູ້ໃຫ້ສ້າງເປັນປະເທດເຂັ້ມແຂງໃນດ້ານກະສິກຳ.