ທ່ານສີຈິ້ນຜິງພົບປະເຈລະຈາກັບເຈົ້າຊີວິດມາເລເຊຍ

2024-09-21 16:44:23 cri

 

    ຕອນບ່າຍວັນທີ 20 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບ ສົມເດັດຊຸນຕັນ ອິບລາຮີມ ອິບນີ ອານມາຮູມ ຊຸນຕັນ ອິສຄານດາ ເຈົ້າຊີວິດມາເລເຊຍທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງຂອງຈີນ.

    ທ່ານສີຈິ້ນຜິງກ່າວວ່າ: ປີນີ້ແມ່ນຈີນ ແລະ ມະເລເຊຍສ້າງສາຍພົວພັນທາງການທູດຄົບຮອບ 50 ປີ ແລະ “ປີມິດຕະພາບຈີນ-ມາເລເຊຍ” ເຊິ່ງເປັນປີທີ່ສຳຄັນສຳລັບສາຍພົວພັນຈີນ-ມາເລເຊຍ. ຈີນຍິນດີຮ່ວມກັບມາເລເຊຍສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ, ລົງເລິກການຮ່ວມມືຍຸດທະສາດບົນຂະບວນການພັດທະນາຂອງໃຜຂອງລາວ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ມາເລເຊຍກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ. ຈີນສະໜັບສະໜູນມາເລເຊຍຮັບໜ້າທີ່ເປັນປະເທດປະທານໝູນວຽນຂອງອາຊຽນໃນປີໜ້າ, ຍິນດີຮ່ວມກັບມາເລເຊຍຊຸກຍູ້ການຮ່ວມມື ແລະ ເສດຖະກິດໃນພາກພື້ນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນໃນພາກພື້ນອາຊີຕາເວັນອອກ, ເພີ່ມທະວີການແລກປ່ຽນ ແລະ ການປະສານງານກ່ຽວກັບປະເດັນສຳຄັນ ແລະ ບັນຫາສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ກໍຄືທົ່ວໂລກ.



    ສົມເດັດຊຸນຕັນ ອິບຣະຮີມ ອິບນີ ອານມາຮູມ ຊຸນຕັນ ອິສຄານດາກ່າວວ່າ, ມາເລເຊຍໄດ້ຮັບຜົນປະໂຫຍດອັນໃຫຍ່ຫຼວງຈາກການຮ່ວມກັນສ້າງ “ ໜຶ່ງແລວໜຶ່ງເສັ້ນທາງ”, ຍິນດີຮ່ວມກັບຈີນເກາະແຂນກັນຊຸກຍູ້ສາຍພົວພັນມາເລເຊຍ-ຈີນໃຫ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ. ໃນຖານະເປັນປະເທດປະທານໝູນວຽນຂອງອາຊຽນ ແລະ ປະເທດປະສານງານສາຍພົວພັນອາຊຽນ-ຈີນໃນປີໜ້າ, ມາເລເຊຍຍິນດີເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຊຸກຍູ້ການພັດທະນາສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງອາຊຽນກັບຈີນ.