ທ່ານສີຈິ້ນຜິງກ່າວຄຳປາໄສອັນສຳຄັນໃນພິທີສະຫຼອງການສ້າງຕັ້ງສະພາເປິກສາການເມືອງປະຊາຊົນຈີນຄົບຮອບ 75 ປີ

2024-09-21 11:34:22 CRI


    ຕອນເຊົ້າວັນທີ 20 ກັນຍານີ້, ສູນກາງພັກຄອມມູນິດຈີນ ຄະນະກຳມະການແຫ່ງຊາດສະພາເປິກສາການເມືອງປະຊາຊົນຈີນໄດ້ຈັດພິທີສະຫຼອງການສ້າງຕັ້ງສະພາເປິກສາການເມືອງປະຊາຊົນຈີນຄົບຮອບ 75 ປີຢູ່ຫໍປະຊຸມຄະນະກຳມະການແຫ່ງຊາດສະພາເປິກສາການເມືອງປະຊາຊົນຈີນທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສອັນສຳຄັນ.



    ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ປະຊາທິປະໄຕແບບເປິກສາຫາລືກັນແມ່ນພາກສ່ວນອັນສຳຄັນຂອງປະຊາທິປະໄຕປະຊາຊົນທົ່ວຂະບວນການ,ແມ່ນຮູບການ ແລະ ທ່າແຮງພິເສດຂອງການເມືອງປະຊາທິປະໄຕສັງຄົມນິຍົມຂອງປະເທດຈີນ. ໃນການເດີນທາງຄັ້ງໃໝໃນຍຸກໃໝ່, ສະພາເປິກສາຫາເມືອງປະຊາຊົນຕ້ອງເສີມຂະຫຍາຍມູນເຊື້ອທີ່ດີງາມ, ຈົດຈຳໜ້າທີ່ທາງການເມືອງ, ຍຶດໝັ້ນການເຊື່ອມໂຍງເຂົ້າກັນແບບກາຍອິນຊີລະຫວ່າງການນຳພາຂອງພັກ ແນວໂຮມເອກະພາບ ແລະ ປະຊາທິປະໄຕແບບເປິກສາຫາລືກັນ,ເຕົ້າໂຮມຈິດໃຈປະຊາຊົນແລະ ເຕົ້າໂຮມກຳລັງແຮງເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ.