ຈີນຈະສືບຕໍ່ແບ່ງປັນໂອກາດຈາກການພັດທະນາຄວາມທັນສະໄໝແບບຈີນ ເພື່ອຊຸກຍູ້ການພັດທະນາຮ່ວມ

2024-09-21 11:16:40 CRI

    ວັນທີ 20 ກັນຍານີ້, ໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວ, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ:ນັບແຕ່ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກເປັນເວລາ 3 ປີມານີ້, 100 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ ເຊິ່ງລວມທັງອົງການສະຫະປະຊາຊາດໄດ້ສະແດງການສະໜັບສະໜູນ ແລະ ເຂົ້າຮ່ວມ.ຈີນໄດ້ສ້າງຕັ້ງກອງທຶນການພັດທະນາທົ່ວໂລກ ແລະ ການຮ່ວມມືໃຕ້ໃຕ້ ໂດຍໄດ້ສະໜັບສະໜູນຕໍ່ຈຳນວນ 150 ກວ່າໂຄງການ. ຂໍ້ລິເລີ່ມການພັດທະນາທົ່ວໂລກກຳເນີດຢູ່ຈີນ, ແຕ່ຜົນງານ ແລະ ໂອກາດແມ່ນຂຶ້ນກັບໂລກ.ບົນເສັ້ນທາງພັດທະນາ ແລະ ຈະເລີນຮຸ່ງເຮືອງ, ປະເທດດຽວກໍ່ຂາດບໍ່ໄດ້,ຄົນດຽວກໍ່ຕົກແຖວບໍ່ໄດ້,ນີ້ແມ່ນວິໄສທັດຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ,ຍັງແມ່ນເປົ້າໝາຍທີ່ລິເລີ່ມໂດຍອົງການສະຫະປະຊາຊາດ.


 

    ຈີນຈະສືບຕໍ່ລົງເລິກການຮ່ວມມືໃນດ້ານຂໍ້ລິເລີ່ມການພັດທະນາທົ່ວໂລກກັບຝ່າຍຕ່າງໆ, ສືບຕໍ່ແບ່ງປັນໂອກາດຈາກການພັດທະນາຄວາມທັນສະໄໝແບບຈີນ, ເລ່ັງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ ແລະ ຊຸກຍູ້ການພັດທະນາຮ່ວມກັນ.