ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດເປິກສາຫາລືສະຖານະການລີບັງ-ອິດສະຣາແອນຢ່າງສຸກເສີນ

2024-09-21 16:43:00 cri


    ວັນທີ 20 ກັນຍານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ເປິກສາຫາລືສະຖານະການລີບັງ-ອິດສະຣາແອນຢ່າງສຸກເສີນ. ເຫດການອຸປະກອນການສື່ສານລະເບີດທີ່ເກີດຂຶ້ນຢູ່ປະເທດລີບັງໃນວັນທີ 17-18 ກັນຍານີ້ໄດ້ກາຍເປັນຈຸດສຸມໃນກອງປະຊຸມຄັ້ງນີ້. ຜູ້ຕາງໜ້າຖາວອນມາຈາກຫຼາຍປະເທດ ຄື: ອີຣານ, ອານເຊຣີ ແລະ ສະໂລເວນີເປັນຕົ້ນໄດ້ກ່າວປະມານຕໍ່ເຫດການດັ່ງກ່າວ.

    ທ່ານຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດກ່າວໃນກອງປະຊຸມວ່າ: ການກໍ່ການໂຈມຕີແບບບໍ່ມີຄວາມຈໍາແນກຜ່ານການຄວບຄຸມອຸປະກອນການສື່ສານຜ່ານທາງໄກ, ເຮັດໃຫ້ປະຊາຊົນຈຳນວນຫຼາຍເສຍຊີວິດ ແລະ ບາດເຈັບ, ເຮັດໃຫ້ສັງຄົມມີຄວາມແຕກຕື່ນ, ເຫດການແບບນີ້ແມ່ນບໍ່ເຄີຍມີມາກ່ອນໃນປະຫວັດສາດ.



    ຈີນສະແດງຄວາມເປັນຫ່ວງຕໍ່ສະຖານະການລີລັງ-ອິດສະຣາແອນອາດຈະຮຸນແຮງຂຶ້ນຕື່ມ, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງພະຍາຍາມຮັກສາຄວາມອົດກັ້ນໄວ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ໂດຍສະເພາະແມ່ນຮຽກຮ້ອງໃຫ້ອິດສະຣາແອນຈົ່ງປະຖິ້ມເຈດຕະນາດື້ດ້ານທີ່ໃຊ້ກຳລັງອາວຸດ, ຍຸດຕິການເຄື່ອນໄຫວການທະຫານຢູ່ເຂດກາຊາໃນທັນທີ, ຍຸດຕິການກະທຳທີ່ລ່ວງລະເມີດອະທິປະໄຕ ແລະ ຄວາມໝັ້ນຄົງຂອງລີບັງໃນທັນທີ, ຍຸດຕິການກະທຳສ່ຽງໄພທີ່ອາດຈະເຮັດໃຫ້ພາກພື້ນມີວິກິດການໃໝ່ໃນທັນທີ.