ອາເມຣິກາວາງແຜນຈະເພີ່ມງົບປະມານ 1,6 ຕື້ໂດລາ ເພື່ອຍົກລະດັບສົງຄາມທາງແນວຄິດກັບຈີນ

2024-09-21 22:02:08 cri

ເມື່ອບໍ່ດົນມານີ້, ສະພາຕ່ຳອາເມຣິກາໄດ້ຮັບຮອງເອົາຍັດຕິສະບັບໜຶ່ງ ໂດຍຈະໃຊ້ງົບປະມານ 325 ລ້ານໂດລາຕໍ່ປີ ລວມທັງໝົດ 1,6 ຕື້ໂດລາລະຫວ່າງປີງົບປະມານ 2023 ຫາ 2027 ເພື່ອຕໍ່ຕ້ານອັນທີ່ເອີ້ນວ່າ “ຜົນກະທົບທີ່ມີເຈຕະນາຮ້າຍຈາກຈີນ”. ມາດຕະການຫຼ້າສຸດທີ່ໃຊ້ເງິນຄວບຄຸມຫາງສຽງ ເພື່ອສ້າງຄວາມເສື່ອມເສຍຊື່ສຽງໃຫ້ຈີນນີ້ ໄດ້ຢືນຢັນວ່າ ອາເມຣິກາຈຶ່ງເປັນຜູ້ປ່າວຂ່າວລືຢ່າງແທ້ຈິງ ເຊິ່ງໄດ້ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ການພົວພັນສາກົນ ກໍຄືສະພາບຫາງສຽງສາກົນ.

ເມື່ອອ່ານຍັດຕິດັ່ງກ່າວແລ້ວຈະສາມາດເຫັນໄດ້ວ່າ: ນອກຈາກສືບຕໍ່ຫວ່ານຖ້ອຍຄວາມເກົ່າໆທີ່ບໍ່ສອດຄ່ອງກັບຄວາມເປັນຈິງ ເພື່ອໂຈມຕີລະບອບຂອງຈີນແລ້ວ, ຍັງມີສໍານວນຈຳນວນໜຶ່ງທີ່ອາເມຣິກາມັກນຳໃຊ້ ເຊິ່ງລວມທັງອັນທີ່ເອີ້ນວ່າ ທຳລາຍ “ຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມໝັ້ນຄົງດ້ານເສດຖະກິດ” ຂອງອາເມຣິກາ, “ທຳລາຍລະບຽບໂລກ” ແລະອື່ນໆອີກດ້ວຍ. ໃນນັ້ນ, ຍັງໄດ້ກ່າວເຖິງເປົ້າໝາຍໃສ່ຮ້າຍປ້າຍສີທີ່ສຳຄັນ ນັ້ນກໍຄືຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ເພື່ອເປົ້າໝາຍດັ່ງກ່າວ, ຍັດຕິສະບັບນີ້ໄດ້ຍຸຍົງສົ່ງເສີມໃຫ້ບຸກຄົນ ຫຼື ອົງການທີ່ຮັບທຶນອຸດໜູນຈາກອາເມຣິການັ້ນ ພະຍາຍາມເສກສັນປັ້ນແຕ່ງຂ່າວລືກ່ຽວກັບ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງສຸດຂີດ. ທ່ານ Marcus Stanley ນັກວິຊາການສະຖາບັນຄົ້ນຄວ້າກິດຈະການຂອງລັດ Quincy ຂອງອາເມຣິກາວິຈານວ່າ: 1,6 ຕື້ໂດລາເປັນງົບປະມານລາຍໃຫຍ່, ເທົ່າກັບສອງເທົ່າຂອງລາຍຈ່າຍຕໍ່ປີຂອງ CNN. ພ້ອມກັນນັ້ນ, 1,6 ຕື້ໂດລາກໍແມ່ນສອງເທົ່າຂອງງົບປະມານປະຈຳປີຂອງອົງການສື່ມວນຊົນທົ່ວໂລກຂອງອາເມຣິກາ. ນັກວິເຄາະຊີ້ອອກວ່າ: ເລື່ອງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມກັງວົນຂອງອາເມຣິກາທີ່ສຸມຄວາມພະຍາຍາມທຸກປະການເພື່ອຮັກສາຄວາມເປັນເຈົ້າອຳນາດຂອງຕົນ ທັງສະແດງໃຫ້ເຫັນເຖິງຄວາມຮີບຮ້ອນຂອງບາງຄົນໃນການໃສ່ຮ້າຍປ້າຍສີຈີນເພື່ອສະແຫວງຫາຜົນປະໂຫຍດທາງດ້ານການເມືອງໃຫ້ກັບຕົນ.