ສະຫະພາບເອີຣົບຈະປ່ອຍເງິນກູ້ 35 ຕື້ເອີໂຣໃຫ້ແກ່ອູແກຣນ

2024-09-21 16:41:30 cri

 

    ວັນທີ 20 ກັນຍານີ້, ທ່ານນາງ ເອີຊູລາ ວອນເດີເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບໄດ້ແຈ້ງຂ່າວຜ່ານສື່ສັງຄົມອອນລາຍວ່າ: ໃນຖານະເປັນສ່ວນໜຶ່ງຂອງການຊ່ວຍເຫຼືອອູແກຣນທີ່ກຸ່ມ 7 ປະເທດໃຫ້ຄຳໝັ້ນສັນຍາ, ສະຫະພາບເອີຣົບຈະສະໜອງເງິນກູ້ຈຳນວນ 35 ເອີໂຣໃຫ້ແກ່ອູແກຣນ.

    ຕາມຂ່າວລາຍງານວ່າ: ເງິນກູ້ງວດນີ້ແມ່ນມາຈາກລາຍຮັບຂອງຊັບສິນຣັດເຊຍຢູ່ຕ່າງປະເທດທີ່ຖືກອາຍັດ.