ທ່ານສີຈິ້ນຜິງກ່າວເນັ້ນວ່າ ຊອກທຸກວິທີເພື່ອຊຸກຍູ້ເພີ່ມທະວີປະສິດທິຜົນຂອງກະສິກຳ ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ແລະ ເພີ່ມພະລັງຊີວິດໃຫ້ແກ່ຊົນນະບົດ

2024-09-22 12:12:40 CRI


ເນື່ອງໃນໂອກາດ “ບຸນເກັບກ່ຽວຂອງຊາວກະສິກອນຈີນ” ຄັ້ງທີ 7 ວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ຕາງໜ້າສູນກາງພັກ ຝາກຄວາມຊົມເຊີຍວັນບຸນ ແລະ ຄວາມຢື້ຢາມຖາມຂ່າວຢ່າງອົບອຸ່ນເຖິງຊາວກະສິກອນຈຳນວນຫຼວງຫຼາຍໃນທົ່ວປະເທດ ແລະ ພວກສະຫາຍທີ່ປະຕິບັດວຽກງານ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ”.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ການຊຸກຍູ້ຄວາມທັນສະໄໝແບບຈີນ ຕ້ອງຍຶດໝັ້ນຮັດແໜ້ນພື້ນຖານຂອງກະສິກຳຢ່າງບໍ່ລົດລະ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ. ຄະນະພັກ ແລະ ອົງການປົກຄອງທຸກຂັ້ນຕ້ອງລົງເລິກຈັດຕັ້ງປະຕິບັດນະໂຍບາຍຂອງສູນກາງພັກກ່ຽວກັບວຽກງານ “ກະສິກຳ ຊົນນະບົດ ແລະ ຊາວກະສິກອນ”,  ກຳແໜ້ນການສະໜອງສະບຽງອາຫານ ແລະ ຜະລິດຕະພັນກະສິກຳປະເພດສຳຄັນຢ່າງໝັ້ນທ່ຽງ ແລະ ປອດໄພ, ປັບປຸງ ແລະ ເປີດກວ້າງຜົນງານການລຶບລ້າງຄວາມທຸກຍາກຢ່າງຕໍ່ເນື່ອງ, ຊອກທຸກວິທີເພື່ອຊຸກຍູ້ເພີ່ມທະວີປະສິດທິຜົນຂອງກະສິກຳ, ເພີ່ມລາຍຮັບໃຫ້ກັບຊາວກະສິກອນ ແລະ ເພີ່ມພະລັງຊີວິດໃຫ້ກັບຊົນນະບົດ, ເຮັດໃຫ້ຊາວກະສິກອນມີຄວາມຮູ້ສຶກຈັບບາຍໄດ້ ແລະ ໄດ້ຮັບຜົນປະໂຫຍດຕົວຈິງ. ຫວັງວ່າຊາວກະສິກອນຈຳນວນຫຼວງຫຼາຍ ແລະ ວົງການຕ່າງໆໃນສັງຄົມຈະໃຊ້ການເຄື່ອນໄຫວຢ່າງຕັ້ງໜ້າ, ກ້າວເດີນໄປໜ້າຢ່າງໜັກແໜ້ນ, ເຮັດໃຫ້ແຜນວາດອັນດີງາມຂອງການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງຢ່າງຮອບດ້ານ ແລະ ບັນລຸຜົນເປັນຈິງ, ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການບັນລຸຄວາມທັນສະໄໝຂອງກະສິກຳກັບຊົນນະບົດ ແລະ ສ້າງສາປະເທດເຂັ້ມແຂງດ້ານກະສິກຳ.