ນັບມາຮອດທ້າຍເດືອນສິງຫາ2024 ກຳລັງຕິດຕັ້ງໄຟຟ້າໃນທົ່ວປະເທດຈີນບັນລຸປະມານ3,13ຕື້ກິໂລວັດ

2024-09-23 11:56:30 cri



ພະລັງງານໄຟຟ້າແສງຕາເວັນ

ວັນທີ23ກັນຍານີ້, ອົງການພະລັງງານແຫ່ງຊາດຈີນໄດ້ເຜີຍແຜ່ຂໍ້ມູນສະຖິຕິອຸດສາຫະກຳໄຟຟ້າທົ່ວປະເທດຈີນແຕ່ເດືອນມັງກອນຫາເດືອນສິງຫາປີ2024 ເຊິ່ງສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນສິງຫາປີນີ້, ກຳລັງຕິດຕັ້ງໄຟຟ້າໃນທົ່ວປະເທດຈີນໄດ້ບັນລຸປະມານປະມານ3,13ຕື້ກິໂລວັດ, ເພີ່ມຂຶ້ນ14%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນນີ້, ກຳລັງຕິດຕັ້ງໄຟຟ້າພະລັງງານແສງຕາເວັນປະມານ750ລ້ານກິໂລວັດ, ເພີ່ມຂຶ້ນ 48,8%, ກຳລັງຕິດຕັ້ງໄຟຟ້າພະລັງງານລົມປະມານ 470 ລ້ານກິໂລວັດ, ເພີ່ມຂຶ້ນ 19,9%.


ແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ວິສາຫະກິດຜະລິດໄຟຟ້າຫຼັກແຫຼ່ງໃນທົ່ວປະເທດຈີນໄດ້ລົງທຶນໃນໂຄງການແຫຼ່ງໄຟຟ້າສຳເລັດແລ້ວ 497,6 ຕື້ຢວນ, ເພີ່ມຂຶ້ນ5,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການລົງທຶນເຂົ້າໃນໂຄງການຕາໜ່າງໄຟຟ້າສຳເລັດແລ້ວ 333 ຕື້ຢວນ ເພີ່ມຂຶ້ນ23,1%.