ທ່ານສີຈິ້ນຜິງ ສົ່ງໂທລະເລກຊົມເຊີຍທ່ານອະນຸຣາ ກຸມາຣາ ດິດສະນະຢາເກໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສີລັງກາ

2024-09-23 16:22:08 cri

    ວັນທີ 23 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງໂທລະເລກຊົມເຊີຍເຖິງທ່ານ ອະນຸຣາ ກຸມາຣາ ດິດສະນະຢາເກ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດສັງຄົມນິຍົມປະຊາທິປະໄຕສີລັງກາ.

    ເນື້ອໃນໂທລະເລກຊົມເຊີຍຂອງທ່ານສີຈິ້ນຜິງ ລະບຸວ່າ: ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນເປັນເວລາ 67 ປີມານີ້, ຈີນ ແລະ ສີລັງກາໄດ້ເຂົ້າໃຈກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນ, ໄດ້ສ້າງແບບຢ່າງບໍ່ວ່າປະເທດນ້ອຍຫຼືໃຫຍ່ຢູ່ຮ່ວມກັນດ້ວຍໄມຕີຈິດ ແລະ ຮ່ວມມືກັນແບບຢ່າງຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງການຂະຫຍາຍສາຍພົວພັນລະຫວ່າງສອງປະເທດ, ຍິນດີສຸມຄວາມພະຍາຍາມຮ່ວມກັບທ່ານປະທານາທິບໍດີ, ສືບຕໍ່ພັດທະນາມິດຕະພາບທີ່ມີມູນເຊື້ອ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ, ຊຸກຍູ້ໃຫ້ການຮ່ວມມືຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງລະຫວ່າງຈີນກັບສີລັງກາເກີດດອກອອກຜົນຍິ່ງໆຂຶ້ນ, ສ້າງຄວາມຜາສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນ ສອງປະເທດ.