ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ຈະສ້າງຕັ້ງບ່ອນວາງສະແດງວັດຖຸໃໝ່ເປັນຄັ້ງທຳອິດ

2024-09-23 10:29:21 cri


ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ຈະຈັດຂຶ້ນຢູ່ນະຄອນຊຽງໄຮລະຫວ່າງວັນທີ 5-10 ພະຈິກປີນີ້. ງານວາງສະແດງຄັ້ງນີ້ຈະສ້າງຕັ້ງບ່ອນວາງສະແດງວັດຖຸໃໝ່ເປັນຄັ້ງທຳອິດ ເພື່ອສະໜັບສະໜູນການພັດທະນາແລະການຮ່ວມມືສາກົນຂອງອຸດສາຫະກຳວັດຖຸໃໝ່.

ປັດຈຸບັນ, ມີວິສາຫະກິດທີ່ຖືກຈັດຢູ່ໃນ 500 ວິສາຫະກິດສຸດຍອດ  ແລະ ວິສາຫະກິດແຖວໜ້າຢູ່ໃນໂລກຈາກຫຼາຍປະເທດ ເປັນຕົ້ນ: ອາເມຣິກາ, ຍີ່ປຸ່ນ ແລະ ເຢຍລະມັນ ໄດ້ຕົກລົງຈະນຳເອົາສິນຄ້າໄປວາງສະແດງໃນເຂດວາງສະແດງວັດຖຸໃໝ່ດັ່ງກ່າວເປັນຄັ້ງທຳອິດ. ນອກນີ້, ຍັງມີວິສາຫະກິດຂະໜາດກາງແລະນ້ອຍຈຳນວນໜຶ່ງທີ່ມີກຳລັງແຂ່ງຂັນທີ່ສຸດໃນອຸດສາຫະກຳວັດຖຸໃໝ່.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການວາງສະແດງການຄ້າຂອງວິສາຫະກິດໃນງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 7 ໄດ້ດຶງດູດວິສາຫະກິດ 2.000 ກວ່າແຫ່ງຈາກ 100 ກວ່າປະເທດແລະເຂດແຄ້ວນສະເໜີເຂົ້າຮ່ວມ, ເນື້ອທີ່ວາງສະແດງແມ່ນມີຫຼາຍກວ່າ 360.000 ຕາແມັດ.