ສິນຄ້າຕ່າງປະເທດທັງໝົດທີ່ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 21 ໄດ້ຂົນສົ່ງໄປຮອດນະຄອນນານນິງເຂດກວາງຊີຈີນ

2024-09-23 14:49:30 cri


ວັນທີ 21 ກັນຍານີ້, ຕູ້ຄອນເທນເນີຂອງກຳປູເຈຍທີ່ບັນຈຸແກ່ນໝາກມ່ວງຫິມະພານ, ເບຍ, ຫີນກຣານິດ ແລະສິນຄ້າອື່ນໆໄດ້ຂົນສົ່ງໄປຮອດສູນປະຊຸມແລະວາງສະແດງສາກົນນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວາງກວາງຊີຈີນ. ຈາກນັ້ນ, ສິນຄ້າຂ້າມແດນທັງໝົດທີ່ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 21 ໄດ້ຂົນສົ່ງໄປຮອດນະຄອນນານນິງ.

ງານວາງສະແດງຄັ້ງນີ້, ດ່ານພາສີນານນິງໄດ້ຕິດຕາມຄຸ້ມຄອງສິນຄ້າຂອງນັກທຸລະກິດຈາກ 10 ປະເທດສະມາຊິກອາຊຽນ, ມູນຄ່າຂອງສິນຄ້າໄດ້ເພີ່ມຂຶ້ນ 2,3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສິນຄ້າຕ່າງໆສ່ວນຫຼາຍແມ່ນມີເອກະລັກພິເສດຂອງປະເທດໃນອາຊຽນ ເຊັ່ນ: ອາຫານ, ເຄື່ອງສຳອາງ, ຜະລິດຕະພັນເຄື່ອງເອ້, ເຄື່ອງໃຊ້ໃນເຮືອນ, ອຸປະກອນກໍ່ສ້າງ ແລະອື່ນໆ.

ໃນ 8 ເດືອນປີນີ້, ມູນຄ່າການຄ້າລະຫວ່າງເຂດກວາງຊີກັບອາຊຽນມີເຖິງ 244,13 ຕື້ຢວນ, ເພີ່ມຂຶ້ນ 21,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາຍອດມູນຄ່າການຄ້າຕ່າງປະເທດຂອງເຂດກວາງຊີເຖິງ 52,6% ໃນໄລຍະດຽວກັນ, ອາຊຽນແມ່ນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງເຂດກວາງຊີຢ່າງໝັ້ນທ່ຽງ.