ການສົນທະນາລະຫວ່າງເຈົ້າຄອງນະຄອນໂລກຄັ້ງທໍາອິດຈະຈັດຂຶ້ນຢູ່ນະຄອນຫາງໂຈ່ວ

2024-09-23 11:07:53 CRI

 

   ການສົນທະນາລະຫວ່າງເຈົ້າຄອງນະຄອນໂລກຄັ້ງທໍາອິດ ແລະ ເວທີເປິກສາຫາລືເຈົ້າຄອງນະຄອນແຮກສ່ຽວສາກົນຫາງໂຈ່ວຄັ້ງທີ 9 ຈະຈັດຂຶ້ນຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງຂອງຈີນໃນວັນທີ 25 ກັນຍານີ້. ເຈົ້າຄອງນະຄອນ ຫຼື ຜູ້ຕາງໜ້າເຈົ້າຄອງນະຄອນຂອງ 24 ນະຄອນຈາກ 15 ປະເທດ ແລະ ເຂດແຄວ້ນພ້ອມດ້ວຍຜູ້ຕາງໜ້າທູຕານຸທູດປະຈຳຈີນ, ພາກສ່ວນທີ່ກ່ຽວຂ້ອງພາຍໃນປະເທດ ແລະ ຜູ້ຕາງໜ້ານະຄອນຕ່າງໆຂອງຈີນຈະເຕົ້າໂຮມກັນຢູ່ນະຄອນຫາງໂຈ່ວ ເພື່ອຮ່ວມກັນແລກປ່ຽນທັດສະນະອັນໃໝ່ດ້ານການບໍລິຫານຕົວເມືອງ ແລະ ເປີດກວ້າງພຶດຕິກໍາຕົວຈິງອັນໃໝ່ດ້ານການພັດທະນາແບບຍືນຍົງດ້ວຍທ່າທີເປີດກວ້າງ ແລະ ວິໄສທັດເບິ່ງກວ້າງມອງໄກ.

   ໃນໄລຍະຈັດເວທີເປິກສາຫາລື, ບັນດາເຈົ້າຄອງນະຄອນທັງພາຍໃນ ແລະ ຕ່າງປະເທດຈະດໍາເນີນການສົນທະນາຢ່າງເລິກເຊິ່ງພາຍໃຕ້ຫົວຂໍ້ “ການບໍລິຫານຕົວເມືອງກັບການພັດທະນາແບບຍືນຍົງ”. ນອກນີ້, ຍັງຈະຈັດເວທີເປິກສາຫາລືຍ່ອຍ 2 ຄັ້ງພາຍໃຕ້ຫົວຂໍ້ “ຕົວເມືອງກັບການເຊື່ອມໂຍງກັນລະຫວ່າງເສດຖະກິດດີຈີຕອນ-ເສດຖະກິດຮູບປະທໍາ”, “ຕົວເມືອງກັບການພັດທະນາແບບສີຂຽວ”, ໂດຍຈະເຊີນຜູ້ຕາງໜ້ານະຄອນຕ່າງໆທັງພາຍໃນ ແລະ ຕ່າງປະເທດກໍຄືຜູ້ຊ່ຽວຊານໃນຂົງເຂດທີ່ກ່ຽວຂ້ອງມາແລກປ່ຽນຄໍາຄິດເຫັນຢ່າງເລິກເຊິ່ງເພື່ອຮ່ວມກັນຄົ້ນຄວ້າທິດທາງ ແລະ ເສັ້ນທາງພັດທະນາຕົວເມືອງໃນອະນາຄົດ.