ວັນທີ 23 ກັນຍານີ້, ກອງປະຊຸມສຳມະນາກ່ຽວກັບການບໍລິຫານປະເທດຂອງບຣິກສ 2024 ແລະ ກອງປະຊຸມເວທີເປິກສາຫາລືການແລກປ່ຽນວັດທະນະທຳໄດ້ຈັດຂຶ້ນຢູ່ນະຄອນຫຼວງມົດສະກູປະເທດຣັດເຊຍ. ຜູ້ຕາງໜ້າ 120 ກວ່າທ່ານຈາກປະເທດບຣິກສ ເປັນຕົ້ນ: ຈີນ, ຣັດເຊຍ, ອິນເດຍ, ບຣາຊິນ, ອາຟຣິກາໃຕ້, ເອຢິບ, ອີຣານ ແລະ ສະຫະລັດອາຣັບເອມິເຣດພ້ອມດ້ວຍທະນາຄານພັດທະນາໃໝ່ປະເທດບຣິກສ ໄດ້ດຳເນີນການຄົ້ນຄວ້າແລະແລກປ່ຽນຄວາມເຫັນພາຍໃຕ້ຫົວຂໍ້ຫຼັກ “ເສັ້ນທາງການຫັນເປັນທັນສະໄໝຂອງປະເທດບຣິກສ”.
ໃນໄລຍະກອງປະຊຸມ, ຍັງໄດ້ຈັດງານວາງສະແດງຮູບພາບທີ່ມີຫົວຂໍ້ວ່າ: “ແສງສະຫວ່າງແຫ່ງຈິດໃຈບຣິກສ” ແລະ ເຜີຍແຜ່ “ບົດລາຍງານສຳຫຼວດການຮ່ວມມືບຣິກສແຫ່ງການພັດທະນາທົ່ວໂລກໃນຍຸກໃໝ່”.