ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳສຳຄັນເນື່ອງໃນໂອກາດທີ່ໂຮງຮຽນທິດສະດີພັກຂັ້ນສູນກາງຈັດຊຸດອົບຮົມໃຫ້ພະນັກງານຊົນເຜົ່າເຂດຊິ່ນຈ່ຽງຄົບຮອບ70ປີ

2024-09-24 11:25:51 cri

ງານສຳມະນາກ່ຽວກັບໂຮງຮຽນທິດສະດີພັກຂັ້ນສູນກາງຈັດຊຸດອົບຮົມໃຫ້ພະນັກງານຊົນເຜົ່າເຂດຊິ່ນຈ່ຽງຄົບຮອບ70ປີໄດ້ໄຂຂຶ້ນໃນວັນທີ 21 ກັນຍານີ້ຢູ່ນະຄອນຫຼວງປັກກິ່ງ, ໂອກາດດັ່ງກ່າວ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳທີ່ສຳຄັນໂດຍຊີ້ໃຫ້ເຫັນວ່າ: ຊຸດອົບຮົມໃຫ້ພະນັກງານຊົນເຜົ່າເຂດຊິ່ນຈ່ຽງທີ່ໂຮງຮຽນທິດສະດີພັກຂັ້ນສູນກາງຈັດຕັ້ງຂຶ້ນເປັນນະໂຍບາຍສຳຄັນໜຶ່ງທີ່ສູນກາງພັກວາງອອກ.

ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ຢູ່ບົນຂະບວນການໃໝ່, ຕ້ອງຖືເອົາໂອກາດທີ່ໂຮງຮຽນທິດສະດີພັກຂັ້ນສູນກາງຈັດຊຸດອົບຮົມໃຫ້ພະນັກງານຊົນເຜົ່າເຂດຊິ່ນຈ່ຽງຄົບຮອບ70ປີເປັນຈຸດເລີ່ມຕົ້ນອັນໃໝ່, ບູລະນະກົນໄກເຝິກອົບຮົມແບບປົກກະຕິໂດຍສະເພາະແມ່ນກົນໄກເຝິກອົບຮົມຂັ້ນພື້ນຖານໃຫ້ສົມບູນຂຶ້ນ ເພື່ອບຳລຸງສ້າງພະນັກງານຄຸນນະພາບສູງທີ່ຈົງຮັກພັກດີ, ປອດໃສຂາວສະອາດ ແລະມີຄວາມຮັບຜິດຊອບຫຼາຍກວ່າເກົ່າໃຫ້ແກ່ເຂດປົກຄອງຕົນເອງອຸຍເກີ້ຊິ່ນຈ່ຽງ.

ທ່ານສີຈິ້ນຜິງຍັງຮຽກຮ້ອງໃຫ້ຕ້ອງປັບປຸງສະພາບການເຮັດວຽກທີ່ພາກສ່ວນກ່ຽວຂ້ອງຂັ້ນສູນກາງຊີ້ນຳປະສານງານ, ເຂດຊິ່ນຈ່ຽງສະໜັບສະໜູນ ແລະ ໃຫ້ການປະສານສົມທົບ, ໂຮງຮຽນທິດສະດີພັກຂັ້ນສູນກາງເສີມຂະຫຍາຍບົດບາດຕົ້ນຕໍນັ້ນໃຫ້ສົມບູນຂຶ້ນຕື່ມອີກ. ຈັດຕັ້ງປະຕິບັດນະໂຍບາຍດ້ານຕ່າງໆໃຫ້ເປັນຮູບປະທຳ, ເພື່ອສ້າງເງື່ອນໄຂທີ່ດີ ແລະ ສະໜອງການຮັບປະກັນຢ່າງແຂງແຮງໃຫ້ແກ່ການຈັດຊຸດອົບຮົມໃຫ້ພະນັກງານຊົນເຜົ່າເຂດຊິ່ນຈ່ຽງໃຫ້ດີ.