ຈີນຍິນດີຮ່ວມກັບປະເທດຕ່າງໆໃນອາຊຽນເສີມຂະຫຍາຍບົດບາດຂອງງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ດີ

2024-09-24 10:31:49 CRI

 

    ທ່ານ ຫຼິນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 23 ກັນຍານີ້ຢູ່ນະຄອນຫຼວງປັກກິ່ງ.

    ໃນເວລາເວົ້າເຖິງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 21 ແລະ ກອງປະຊຸມສຸດຍອດການຄ້າການ ແລະ ການລົງທຶນຈີນ-ອາຊຽນ, ທ່ານ ຫຼິນຈ້ຽນ ກ່າວວ່າ: ອາຊຽນເປັນທິດທາງບຸລິມະສິດດ້ານວຽກງານການຕ່າງປະເທດຕໍ່ປະເທດອ້ອມຂ້າງຂອງຈີນທັງເປັນພາກພື້ນທີ່ສໍາຄັນໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ງານວາງສະແດງສິນຄ້າຈີນ-ອາຊຽນເປັນເວທີສໍາຄັນໃນການລົງເລິກການຮ່ວມມືລະຫວ່າງຈີນ-ອາຊຽນ ກໍຄືຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ. ຈີນຍິນດີສຸມຄວາມພະຍາຍາມຮ່ວມກັບປະເທດຕ່າງໆໃນອາຊຽນເສີມຂະຫຍາຍບົດບາດຂອງງານວາງສະແດງສິນຄ້າຈີນ-ອາຊຽນໃຫ້ດີ, ຖືເອົາການສ້າງເຂດການຄ້າເສລີຈີນ-ອາຊຽນ 3.0 ເປັນໂອກາດທີ່ສໍາຄັນ, ເປີດກວ້າງການຄ້າ ແລະ ການລົງທຶນເຊິ່ງກັນແລະກັນຕື່ມອີກ, ເພີ່ມທະວີການເຊື່ອມໂຍງເຊື່ອມຈອດດ້ານຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃນພາກພື້ນ, ເສີມຂະຫຍາຍທ່າແຮງບົ່ມຊ້ອນດ້ານການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆ, ບັນລຸໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດທີ່ມີລະດັບສູງກວ່າເກົ່າ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຈີນ-ອາຊຽນທີ່ໜັກແໜ້ນກວ່າເກົ່າ.