ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າພະນັກງານທີ່ມີສ່ວນຮ່ວມເຂົ້າໃນການຄົ້ນຄວ້າແລະທົດລອງຍານສຳຫຼວດດວງຈັນ “ສາງເອີ 6”

2024-09-24 14:30:54 cri

ຕອນເຊົ້າວັນທີ 23 ກັນຍານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າພະນັກງານທີ່ມີສ່ວນຮ່ວມເຂົ້າໃນການຄົ້ນຄວ້າແລະທົດລອງການປະຕິບັດໜ້າທີ່ຍານສຳຫຼວດດວງຈັນສາງເອີ 6 ຂອງໂຄງການສຳຫຼວດດວງຈັນ ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງໄດ້ໂອ້ລົມ ໂດຍເນັ້ນໜັກວ່າ: ຜົນງານຂອງໂຄງການສຳຫຼວດດວງຈັນໄດ້ເຕົ້າໂຮມສະຕິປັນຍາແລະເຫື່ອແຮງຂອງພະນັກງານການບິນອະວະກາດຫຼາຍເຊັ່ນຄົນຂອງຈີນ, ມັນໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດອັນພົ້ນເດັ່ນໃນການເພິ່ງຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງທາງດ້ານວິທະຍາສາດເຕັກໂນໂລຊີໃນຫຼາຍປີຜ່ານມາ, ໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງອຸດົມການ, ຄວາມໝັ້ນໃຈ ແລະ ຄວາມກ້າຫານຂອງປະຊາຊົນຈີນ. ພວກເຮົາຕ້ອງອອກແຮງສົ່ງເສີມຈິດໃຈສຳຫຼວດດວງຈັນທີ່ສະແຫວງຫາຄວາມໃຝ່ຝັນ, ກ້າຊອກຄົ້ນ, ຮ່ວມກັນແກ້ໄຂຂອດຫຍຸ້ງຍາກ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນທົ່ວສັງຄົມ, ເພີ່ມຄວາມໝັ້ນໃຈແລະຄວາມພາກພູມໃຈຕໍ່ປະເທດຊາດຕື່ມອີກໃຫ້ແກ່ປະຊາຊົນຈີນທຸກຖ້ວນໜ້າ ເພື່ອເຕົ້າໂຮມກຳລັງແຮງອັນໃຫຍ່ຫຼວງເຂົ້າໃນການຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ ແລະ ພາລະກິດອັນຍິ່ງໃຫຍ່ ຄືການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.