ທ່ານ ສີຈິ້ນຜິງ ສົ່ງຄໍາອວຍພອນອັນປະເສີດເຖິງຊາວກະສິກອນ ແລະ ບັນດາສະຫາຍແນວຮົບວຽກງານກະສິກຳ, ຊົນນະບົດ ແລະ ຊາວກະສິກອນ

2024-09-24 10:24:22 CRI

 

    ເນື່ອງໃນໂອກາດບຸນເກັບກ່ຽວຊາວກະສິກອນຈີນຄົບຮອບ 7 ປີໝູນວຽນມາເຖິງນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກໍາມະການການທະຫານສູນກາງຈີນ ໄດ້ຕາງໜ້າສູນກາງພັກ, ສົ່ງຄໍາອວຍພອນອັນປະເສີດ ແລະ ຄວາມຢື້ຢາມຖາມຂ່າວຢ່າງຈິງໃຈເຖິງຊາວກະສິກອນ ແລະ ບັນດາສະຫາຍແນວຮົບວຽກງານກະສິກຳ, ຊົນນະບົດ ແລະ ຊາວກະສິກອນໃນທົ່ວປະເທດຈີນ.

   ໃນໂອກາດນີ້, ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ການຊຸກຍູ້ຄວາມທັນສະໄໝແບບຈີນແມ່ນຕ້ອງຍຶດໝັ້ນຮັດແໜ້ນພື້ນຖານດ້ານກະສິກໍາຢ່າງບໍ່ລົດລະ ເພື່ອຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ. ຫວັງວ່າຊາວກະສິກອນທັງຫຼາຍພ້ອມດ້ວຍວົງການຕ່າງໆໃນສັງຄົມລ້ວນແຕ່ຈະເຄື່ອນໄຫວຢ່າງຫ້າວຫັນ, ຫັນແຜນການທີ່ດີແຫ່ງການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານໃຫ້ກາຍເປັນຈິງເທື່ອລະກ້າວ ເພື່ອສ້າງພື້ນຖານໃຫ້ແກ່ການບັນລຸຄວາມທັນສະໄໝດ້ານກະສິກໍາ ແລະ ຊົນນະບົດກໍຄືການສ້າງສາປະເທດເຂັ້ມແຂງດ້ານກະສິກໍາ.