ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້ “ການ​ທ່ຽວ​ຈີນ” ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ?

2024-09-26 22:25:12 CRI

ໂລກພວມຢາກຮັບຮູ້ສະພາບຕົວຈິງຂອງຈີນຢ່າງຮອບດ້ານກວ່າເກົ່າ, ສ່ວນຈີນກໍຍິນດີຕ້ອນຮັບຊາວຕ່າງປະເທດມາທ່ຽວຈີນ ດ້ວຍທ່າທີທີ່ເປີດກວ້າງກວ່າເກົ່າ. ເນື່ອງໃນໂອກາດວັນທ່ອງທ່ຽວໂລກໃກ້ຈະໝູນວຽນມາເຖິງນີ້, ພວກເຮົາກໍຍິນດີຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ເດີນທາງມາທ່ຽວຈີນນັບມື້ນັບຫຼາຍຂຶ້ນ, ເພື່ອຮູ້ຈັກໝູ່ເພື່ອນຈີນ, ຮັບຮູ້ວັດທະນະທຳຈີນ ແລະ ທ່ຽວຊົມພູຜາແມ່ນ້ຳທີ່ສວຍງາມຂອງຈີນ, ຮັບຮູ້ຈີນທີ່ “ຮັກແຂກແພງຄົນ” ດ້ວຍຕົນເອງ!