ສະຖານທີ່ຜະລິດເຮືອບິນລຳທຳອິດຂອງ ສປ ຈີນຢູ່ໃສ?

2024-09-27 15:00:23 cri

 


    ເຮືອບິນລຳທຳອິດຂອງ ສປ ຈີນແມ່ນຜະລິດຢູ່ນະຄອນນານຊ່າງ ແຂວງຈ່ຽງຊີ່. ວັນທີ 3 ກໍລະກົດ 1954, ເຮືອບິນສິດສອນ CJ-5 ເຊິ່ງເປັນເຮືອບິນລຳທຳອິດທີ່ ສປ ຈີນຜະລິດອອກມານັ້ນ ໄດ້ບິນເປັນຄັ້ງທຳອິດ, ປະຫວັດສາດທີ່ ສປ ຈີນບໍ່ສາມາດຜະລິດເຮືອບິນນັ້ນ ໄດ້ສິ້ນສຸດລົງຕັ້ງແຕ່ນັ້ນມາ.



    ເລີ່ມແຕ່ ສປ ຈີນຜະລິດເຮືອບິນລຳທຳອິດດ້ວຍຕົນເອງເປັນຕົ້ນມາ, ໃນຖານະເປັນໜຶ່ງໃນແຫຼ່ງຄົ້ນຄວ້າ ແລະ ຜະລິດອຸດສາຫະກຳການບິນອັນສຳຄັນຂອງຈີນ, ແຂວງຈ່ຽງຊີ່ ໄດ້ເຮັດໃຫ້ຄວາມຝັນແຫ່ງການບິນຂອງປະຊາຊົນຈີນຮຸ່ນຕໍ່ຮຸ່ນປາກົດຜົນເປັນຈິງ.70 ກວ່າປີມານີ້, ພາຍໃຕ້ຄວາມພະຍາຍາມຮ່ວມຂອງພະນັກງານການບິນຊຸດຕ່າງໆ, ຜ່ານການປະດິດສ້າງ ແລະ ພັດທະນາເຕັກນິກຢ່າງບໍ່ຢຸດຢັ້ງ ໄດ້ສ້າງພື້ນຖານອັນໜາແໜ້ນໃຫ້ແກ່ການພັດທະນາພາລະກິດການບິນຈີນ.



    ແຂວງຈ່ຽງຊີ່ໃນປັດຈຸບັນນີ້ ແມ່ນສູນປະກອບ ແລະ ສູນທົດລອງການບິນທີ່ສຳຄັນຂອງເຮືອບິນຂະໜາດໃຫຍ່ C919 ທີ່ຈີນຜະລິດດ້ວຍຕົນເອງ, ພ້ອມດຽວກັນນັ້ນ ຍັງເປັນໜຶ່ງໃນສູນກາງຂອງອຸດສາຫະກຳເຮືອບິນອາກາດຕ່ຳ ຄື: ເຮລິກົບແຕແບບບໍ່ມີຄົນຂັບຂະໜາດເບົາ-ກາງ ແລະ ເຮືອບິນຈໍລະຈອນສິນຄ້າແບບບໍ່ມີຄົນຂັບເປັນຕົ້ນ. ແຂວງຈ່ຽງຊີ່ ພວມເຮັດໃຫ້ເອກະລັກພິເສດຂອງທ້ອງຖິ່ນຕົນ ແລະ ເຕັກໂນໂລຊີທີ່ທັນສະໄໝເຊື່ອມໂຍງເຂົ້າກັນ ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດດ້ວຍຂົງເຂດການບິນຕ່ຳ



    ໃນຖານະເປັນສະຖານທີ່ຜະລິດເຮືອບິນລຳທຳອິດຂອງ ສປ ຈີນ,  ແຂວງຈ່ຽງຊີ່ມີທ່າແຮງພິເສດໃນດ້ານການຜະລິດເຮືອບິນພົນລະເຮືອນ. ໄລຍະມໍ່ໆມານີ້, ໂຮງຮຽນຊັ້ນສູງວິຊາຊີບການບິນແຫ່ງທີ 2 ໃນທົ່ວປະເທດຈີນ ຄື: ວິທະຍາໄລການບິນຈ່ຽງຊີ່ ໄດ້ຕ້ອນຮັບນັກສຶກສາຊຸດທຳອິດ, ແຂວງຈ່ຽງຊີ່ພວມບຳລຸງສ້າງກຳລັງໄວໜຸ່ມຢ່າງຕໍ່ເນື່ອງ ເພື່ອເລັ່ງລັດການພັດທະນາເສດຖະກິດການບິນຕ່ຳ.



    ແຂວງຈ່ຽງຊີ່ຍັງແມ່ນແຂວງທົດລອງການປະຕິຮູບການຄຸ້ມຄອງເຂດອາກາດຕ່ຳຊຸດທຳອິດຂອງຈີນ. ປັດຈຸບັນນີ້, ວິສາຫະກິດຜະລິດໂມເຕີ ເຮືອບິນແບບບໍ່ມີຄົນຂັບ ແລະ ອາໄຫຼ່ງວດໜຶ່ງໄດ້ເຂົ້າປະຈຳຢູ່ແຂວງຈ່ຽງຊີ່, ຕ່ອງໂສ້ອຸດສາຫະກຳການບິນທີ່ລວມມີການຄົ້ນຄວ້າ ການຜະລິດ ແລະ ການເຄື່ອນໄຫວທຸລະກິດໄດ້ເລັ່ງລັດສ້າງຂຶ້ນຢູ່ແຂວງຈ່ຽງຊີ່.



    ປັດຈຸບັນນີ້, ຢູ່ຊົນນະບົດຂອງແຂວງຈ່ຽງຊີ່ ບໍ່ພຽງແຕ່ສາມາດໄດ້ເຫັນເຮືອບິນແບບບໍ່ມີຄົນຂັບໄປສົ່ງເຄື່ອງດ່ວນເທົ່ານັ້ນ, ຍັງສາມາດເຫັນເຮືອບິນແບບບໍ່ມີຄົນຂັບໄດ້ຂົນສົ່ງທັນຍາຫານລົງພູ. ນອກຈາກນີ້ແລ້ວ, ຮູບແບບ “ອາກາດຕ່ຳ+ທ່ອງທ່ຽວວັດທະນະທຳ” ທີ່ເຊື່ອມໂຍງເຂົ້າກັນນັ້ນ ກໍໄດ້ເຮັດໃຫ້ຂະແໜງການທ່ອງທ່ຽວມີກິດຈະກຳຫຼາກຫຼາຍຂຶ້ນຕື່ມ, ການຂີ່ເຄື່ອງບິນຢູ່ອາກາດຕ່ຳ ຄື: ເບີລູນ, ເຮລີກົບແຕ ແລະ ປາຣາກລາຍເຕີເປັນຕົ້ນ ໄດ້ກາຍເປັນສີສັນໃໝ່ດ້ານການທ່ອງທ່ຽວວັດທະນະທຳຂອງແຂວງຈ່ຽງຊີ່.