ວັນທີ 24 ກັນຍານີ້, ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕອບຄືນຈົດໝາຍລູກຫຼານຂອງຜູ້ດື່ມນ້ຳສາບານຕໍ່ໜ້າສີລາຈາກລຶກຄວາມສາມັກຄີລະຫວ່າງຊົນເຜົ່າຜູເອີແຂວງຢູນນານໂດຍໄດ້ໃຫ້ກຳລັງໃຈຢ່າງສະໜິດສະໜົມແລະຝາກຄວາມຫວັງເປັນຢ່າງຍິ່ງໄວ້ນຳເຂົາເຈົ້າ. ເນື້ອໃນຈົດໝາຍບາງຕອນຂຽນວ່າ: ຫວັງວ່າພວກສະຫາຍຈະເຊີດຊູມູນເຊື້ອອັນມີກຽດສະຫງ່າຂອງຄົນຮຸ່ນກ່ອນ ເພື່ອຂຽນປະຫວັດສາດໜ້າໃໝ່ກ່ຽວກັບສີລາຈາລຶກຄຳສາບານໃຫ້ດີ, ເຮັດໃຫ້ມູນເຊື້ອອັນດີງາມແຫ່ງຄວາມສາມັກຄີລະຫວ່າງຊົນເຜົ່າສືບທອດກັນຕໍ່ໆໄປຈາກຮຸ່ນສູ່ຮຸ່ນ.
ສີລາຈາລຶກຄວາມສາມັກຄີລະຫວ່າງຊົນເຜົ່າຜູເອີ
ຢູ່ສວນສາມັກຄີຊົນເຜົ່າຂອງເມືອງປົກຄອງຕົນເອງເຜົ່າຮານີເຜົ່າຢີນິງເອີແຂວງຢູນນານ, ມີສາລາຫົກຫຼ່ຽມຫຼັງໜຶ່ງເພື່ອຕັ້ງສີລາຈາລຶກຄວາມສາມັກຄີລະຫວ່າງຊົນເຜົ່າຜູເອີກ້ອນໜຶ່ງເປັນການສະເພາະ. ຢູ່ແຜ່ນສີລາໄດ້ຂວັດຕົວໜັງສືຫຼາຍແຖວພ້ອມດ້ວຍຊື່ຂອງ48ຄົນທີ່ຂຽນດ້ວຍພາສາເຜົ່າຕ່າງໆ, ສີລາຈາລຶກກ້ອນນີ້ມີປະຫວັດຄວາມເປັນມາ70ກວ່າປີແລ້ວ, ຕໍ່ໄປແມ່ນເລື່ອງລາວກ່ຽວກັບສີລາກ້ອນນີ້.
ເດືອນພຶດສະພາປີ1950, ເຂດຊືຜູແຂວງຢູນນານໄດ້ຮັບການປົດປ່ອຍຢ່າງສົມບູນ. ຕອນນັ້ນ, ມີຫຼາຍຊົນເຜົ່າສ່ວນໜ້ອຍເຊັ່ນເຜົ່າຮານີ, ເຜົ່າຢີ, ເຜົ່າລາຮູ ເຜົ່າວາ ເຜົ່າຫຸຍເປັນຕົ້ນໄດ້ດຳລົງຊີວິດຮ່ວມກັນຢູ່ທີ່ແຫ່ງນີ້, ໃນນີ້ ປະຊາກອນຊົນເຜົ່າສ່ວນໜ້ອຍແມ່ນກວມປະມານ70%.
ເນື່ອງຈາກຕົກຢູ່ໃນແອກປົກຄອງຂອງອຳນາດສັກດີນາທີ່ແຕກແຍກແບ່ງເປັນເຂດແຄວ້ນຕ່າງໆ ແລະ ການກົດຂີ່ຂູດຮີດຂອງຊົນຊັ້ນການປົກຄອງມາເປັນເວລາດົນນານ, ປະຊາຊົນບັນດາເຜົ່າຢູ່ເຂດແຄວ້ນຕ່າງໆມີຄວາມແຕກຕ່າງກັນຫຼາຍໃນດ້ານສັງຄົມ, ເສດຖະກິດ ແລະວັດທະນະທຳ, ຈຶ່ງເຮັດໃຫ້ຊົນເຜົ່າຕ່າງໆຫ່າງເຫີນກັນ, ການພັດທະນາຂອງທ້ອງຖິ່ນຢູ່ໃນສະພາບປິດປະຕູ ແລະ ຫຼ້າຫຼັງ.
ເດືອນສິງຫາປີ1950, ສູນກາງພັກຄອມມູນິດຈີນໄດ້ພິຈາລະນາຈາກຍຸດທະສາດໃນລະດັບສູງເພື່ອບັນລຸຄວາມສາມັກຄີລະຫວ່າງຊົນເຜົ່າ ແລະ ກຳຈັດຄວາມ ຫ່າງເຫີນກັນລະຫວ່າງຊົນເຜົ່າ, ປັບປຸງເຂດຊາຍແດນໃຫ້ມີສະຖຽນລະພາບ, ຈຶ່ງຕົກລົງຄັດເລືອກເອົາຕົວແທນປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ ເພື່ອໃຫ້ເຂົາເຈົ້າໄປເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປຈີນຄົບຮອບ1ປີຢູ່ນະຄອນຫຼວງປັກກິ່ງ.
ຕອນນັ້ນ, ແຂວງຢູນນານຫາກໍໄດ້ຮັບການປົດປ່ອຍໄດ້ບໍ່ດົນ, ຫຼາຍໆຄົນມີຄວາມລະແວງສົງໄສຕໍ່ການໄດ້ຮັບຄັດເລືອກເປັນຕົວແທນໄປເຂົ້າຮ່ວມກິດຈະກຳດັ່ງກ່າວ. ແຕ່ວ່າ, ໃນທີ່ສຸດ, ພາຍໃຕ້ການເຊື້ອເຊີນດ້ວຍຄວາມຈິງໃຈຈາກສະຫາຍຜູ້ທີ່ໄປເຊື້ອເຊີນນັ້ນ, ຕົວແທນເຈົ້າກົກເຈົ້າເຫຼົ່າຂອງບັນດາຊົນເຜົ່າທ້ອງຖິ່ນທັງໝົດ35ຄົນພ້ອມດ້ວຍພະນັກງານຮ່ວມທາງ8ຄົນໄດ້ປະກອບເປັນຄະນະຜູ້ແທນເຂດຜູເອີເດີນທາງໄປປັກກິ່ງເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາສປຈີນອັນໃຫຍ່ໂຕມະໂຫລານ.
ວັນທີ 1 ຕຸລາ 1950,ບັນດາຜູ້ແທນຖືກຈັດໃຫ້ນັ່ງຊົມພິທີຢູ່ຜາມໄຊເບື້ອງຊ້າຍຂອງຫໍທຽນອ່ານເມີນທີ່ນະຄອນຫຼວງປັກກິ່ງ. ມີຜູ້ແທນຄົນໜຶ່ງຫວນຄືນຫຼັງວ່າ: “ເມື່ອເຫັນກ້ອນກຳລັງສວນສະໜາມຍ່າງຜ່ານໜ້າ,ອົ້ງມືຂ້ອຍແມ່ນປຽກໄປດ້ວຍເຫື່ອໝົດ ແລະ ຂົນຄິງລຸກ, ນ້ຳຕາໄຫຼແບບອົດກັ້ນໄວ້ບໍ່ໄດ້. ”
ໃນໄລຍະຢ້ຽມຢາມນະຄອນຫຼວງປັກກິ່ງ, ຄະນະຜູ້ແທນຍັງໄດ້ຮັບການຕ້ອນຮັບຢ່າງສະໜິດສະໜົມຈາກຜູ້ນຳພັກແລະລັດອີກດ້ວຍ, ພ້ອມທັງໄດ້ເດີນທາງໄປຢ້ຽມຢາມຢູ່ນະຄອນຊຽງໄຮ້, ນະຄອນນານກິ່ງ, ນະຄອນອູຮັ້ນ ແລະແຫ່ງອື່ນໆອີກ. ການເດີນທາງເທື່ອນີ້ແມ່ນເຮັດໃຫ້ບັນດາຜູ້ແທນຊົນເຜົ່າຂອງເຂດຜູເອີໄດ້ເປີດຫູເປີດຕາ, ມີຄວາມຮັບຮູ້ຕໍ່ປະເທດຊາດຢ່າງເລິກເຊິ່ງກວ່າເກົ່າ ພ້ອມທັງສຳຜັດໄດ້ເຖິງຄວາມອົບອຸ່ນຈາກວົງຄະນະຍາດປະເທດຊາດອີກດ້ວຍ.
ວັນທີ 26 ທັນວາ 1950, ຄະນະຜູ້ແທນໄດ້ເດີນທາງກັບຄືນຜູເອີ. ຫຼັງຈາກນັ້ນ ກອງປະຊຸມຜູ້ແທນຊົນເຜົ່າອ້າຍນ້ອງຄັ້ງທຳອິດຂອງເຂດສະເພາະຜູເອີໄດ້ໄຂຂຶ້ນ. ກອງປະຊຸມໄດ້ຕົກລົງນຳໃຊ້ຮູບການທີ່ຈັດການສາບານຕົວລວມ ແລະ ສ້າງສີລາຈາລຶກ ເພື່ອສະແດງເຖິງຄວາມຕັດສິນໃຈຂອງປະຊາຊົນບັນດາເຜົ່າໃນການອູ້ມຊູການນຳພາຂອງພັກຄອມມູນິດຈີນ ແລະ ສາມັກຄີຈົນເຖິງທີ່ສຸດ.
ປີໃໝ່ສາກົນ1951, ເຈົ້າກົກເຈົ້າເຫຼົ່າ, ຜູ້ຕາງໜ້າ ຊົນເຜົ່າສ່ວນໜ້ອຍພ້ອມດ້ວຍການນຳພັກ-ລັດແລະກອງທັບຂອງທ້ອງຖິ່ນຈຳນວນ 300 ກວ່າຄົນໄດ້ໂຮມຊຸມນົມຢູ່ເຂດສະເພາະຜູເຜີ, ໄດ້ສາບານຕົວຢ່າງເຄັ່ງຂຶມວ່າ ຈະຮ່ວມຈິດຮ່ວມໃຈເດີນຕາມພັກ. ໃນໂອກາດດັ່ງກ່າວ, ຜູ້ຕາງໜ້າຊົນເຜົ່າຕ່າງໆຈຳນວນ48ຄົນໄດ້ເຊັນຊື່ຢູ່ເທິງສີລາຈາລຶກຄຳສາບານ.
ຄຳສາບານໄດ້ລະບຸວ່າ: “ພວກຂ້າພະເຈົ້າຜູ້ຕາງໜ້າໃຫ້26ຊົນເຜົ່າ, ຕາງໜ້າໃຫ້ພີ່ນ້ອງບັນດາເຜົ່າທົ່ວເຂດຜູເອີ, ຈັດພິທີຂ້າຄວາຍຖວາຍບູຊາຟ້າແຖນ, ດື່ມນ້ຳສາບານຢ່າງເຄັ່ງຂຶມ, ນັບຕັ້ງແຕ່ນີ້ເປັນຕົ້ນໄປ ພວກເຮົາຈະຮ່ວມແຮງເປັນຈິດໜຶ່ງໃຈດຽວ ສາມັກຄີຈົນເຖິງທີ່ສຸດ, ພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ສູ້ຊົນເພື່ອສ້າງວົງຄະນາຍາດທີ່ສະເໝີພາບ, ເສລີ ແລະ ມີຄວາມສຸກ, ຂໍສາບານມານະທີ່ນີ້!”
ສີລາຈາກລຶກຄວາມສາມັກຄີລະຫວ່າງຊົນເຜົ່າຜູເອີໄດ້ຮັບສົມຍານາມວ່າ “ສີລາຈາລຶກທີໜຶ່ງແຫ່ງຄວາມສາມັກຄີລະຫ່າງຊົນເຜົ່າຂອງສປຈີນ”. ເຊິ່ງໄດ້ເປີດປະຫວັດສາດໜ້າໃໝ່ແຫ່ງສາຍພົວພັນວົງຄະນະຍາດຊົນຊາດຈີນ.
ບັນດາຜູ້ດື່ມນ້ຳສາບານຕໍ່ໜ້າສີລາຈາກລຶກຄວາມສາມັກຄີລະຫວ່າງຊົນເຜົ່າສ່ວນຫຼາຍໄດ້ສຸມເຫື່ອແຮງແລະສະຕິປັນຍາຕະຫຼອດຊີວິດເຂົ້າໃນພາລະກິດຄວາມສາມັກຄີລະຫວ່າງຊົນເຜົ່າ ໂດຍໄດ້ປະຕິບັດຕາມຄຳສາບານທີ່ວ່າ: “ສູ້ຊົນເພື່ອສ້າງວົງຄະນາຍາດທີ່ສະເໝີພາບ, ເສລີ ແລະ ມີຄວາມສຸກ”.
ເມື່ອຫວນຄືນ 70 ກວ່າປີກ່ອນ, ທ່ານຈ່າວສຸນຊິ້ນ ເປັນຜູ້ທຳອິດທີ່ເຊັນຊື່ຢູ່ແຜ່ນສີລາຈາລຶກຄຳສາບານ. ຫຼັງຈາກນັ້ນ, ເພິ່ນໄດ້ດຳລົງຕຳແໜ່ງເປັນເຈົ້າຄອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາມາເປັນເວລາເກືອບ40ປີ, ເປັນຜູ້ກໍ່ສ້າງ ແລະ ເປັນສັກຂີພິຍານໃຫ້ແກ່ຄວາມສາມັກຄີກ້າວໜ້າຂອງຊົນເຜົ່າ, ເຂດຊາຍແດນມີຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາ. ລູກຫຼານຂອງທ່ານຈ່າວສຸນຊິ້ນໃຫ້ຮູ້ວ່າ: “ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກເປັນຕົ້ນມາ, ປະຊາຊົນເຜົ່າລື້ພວກເຮົາໄດ້ມີຊີວິດການເປັນຢູ່ທີ່ມີຄວາມສຸກຫຼາຍ, ໄດ້ຢູ່ເຮືອນໃໝ່, ຄອບຄົວຈຳນວນຫຼາຍໄດ້ມີລົດເກງ, ລົດຈັກ, ການເດີນທາງສະດວກສະບາຍທີ່ສຸດ, ຂອບໃຈນຳພັກຄອມມູນິດທີ່ເຮັດໃຫ້ພວກເຮົາມີຊີວິດທີ່ຜາສຸກຄືທຸກມື້ນີ້.”
ກ່ອນໜ້ານີ້ 70ກວ່າປີ, ທ່ານຟາງໂຢວຟູ້ ທີ່ມາຈາກເມືອງປົກຄອງຕົນເອງເຜົ່າຮານີເຜົ່າຢີນິງເອີ ໃນນາມເປັນຜູ້ຕາງໜ້າເຜົ່າຮານີໄດ້ເຊັນຊື່ຢູ່ແຜ່ນສີລາຈາລຶກຢ່າງໜັກແໜ້ນ. ພາຍຫຼັງກັບຄືນສູ່ບ້ານເກີດແລ້ວ, ທ່ານຟາງໂຢວຟູ້ໄດ້ນຳພາປະຊາຊົນສາມັກຄີສູ້ຊົນສ້າງຄວາມຮັ່ງມີ. ເພິ່ນຍັງນັ່ງອ້ອມເຕົາໄຟຮ່ວມກັບປະຊາຊົນບັນດາເຜົ່າເພື່ອເລົ່າເລື່ອງລາວກ່ຽວກັບຄວາມສາມັກຄີລະຫວ່າງຊົນເຜົ່າຢູ່ເລື້ອຍໆ, ພ້ອມທັງເປັນແບບຢ່າງນຳໜ້າປະຕິບັດຄຳສາບານແຫ່ງຄວາມສາມັກຄີລະຫວ່າງຊົນເຜົ່າ.
ທ່ານຟາງສາຍປິ່ງ ລູກຊາຍຂອງທ່ານຟາງໂຢວຟູ້ບອກໃຫ້ຮູ້ວ່າ: “ຕອນພໍ່ຍັງມີຊີວິດຢູ່, ເພິ່ນໄດ້ເວົ້າກັບຂ້ອຍຢູ່ເລື້ອຍໆວ່າ: ການທີ່ຂວັດຊື່ຂອງຕົນຢູ່ເທິງສີລາຈາລຶກຄຳສາບານຢ່າງເຄັ່ງຂຶມນັ້ນເປັນສິ່ງທີ່ເອກອ້າງທະນົງໃຈທີ່ສຸດ ແລະມີກຽດສະຫງ່າທີ່ສຸດໃນຕະຫຼອດຊີວິດຂອງເພິ່ນ.” ທຸກມື້ນີ້, ທ່ານຟາງສາຍປິ່ງໄດ້ສືບທອດພາລະກິດແລະ ອຸດົມການຂອງພໍ່, ກາຍເປັນຜູ້ອາສາສະໝັກບັນຍາຍສີລາຈາລຶກຄວາມສາມັກຄີລະຫວ່າງຊົນເຜົ່າຜູເອີ ເພື່ອສືບທອດ ແລະ ຂຽນປະຫວັດສາດໜ້າໃໝ່ຂອງສີລາຈາລຶກ.
ທ່ານຢຽນເຄີມູ ຫຼານຊາຍຂອງທ່ານລາເມີງ ເຊິ່ງເປັນໜຶ່ງໃນບັນດາຜູ້ດື່ມນ້ຳສາບານຕໍ່ໜ້າສີລາຈາກລຶກຄວາມສາມັກຄີລະຫວ່າງຊົນເຜົ່າຜູເອີໃຫ້ຮູ້ວ່າ: “ພວກເຮົາລູກຫຼານຂອງຜູ້ດື່ມນ້ຳສາບານຕໍ່ໜ້າສີລາຈາກລຶກຄວາມສາມັກຄີລະຫວ່າງຊົນເຜົ່າຈຳນວນ8ຄົນ ໄດ້ຮ່ວມກັນຂຽນຈົດໝາຍໄປເຖິງທ່ານເລຂາທິການໃຫຍ່ສີຈິ້ນຜິງກໍເພື່ອຢາກສະແດງຄວາມຮູ້ບຸນຄຸນຕໍ່ສູນກາງພັກ ພ້ອມທັງຢາກລາຍງານໃຫ້ທ່ານເລຂາທິການໃຫຍ່ສີຈິ້ນຜິງຮັບຮູ້ກ່ຽວກັບພວກເຮົາໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນພາຍໃຕ້ການນຳພາຂອງພັກ”
ວັນທີ20ສິງຫາ2021 ປະຊາຊົນເຜົ່າວາຂອງບ້ານປ່ານຫົງຕາແສງປ່ານຫົງເມືອງຊ່າງຢວນແຂວງຢູນນານຮ່ວມກັນຮ້ອງເພງ “ປະຊາຊົນເຜົ່າວາຮ້ອງເພງໃໝ່”
ທ່ານສີຈິ້ນຜິງໄດ້ຖືເອົາຄວາມສາມັກຄີລະຫວ່າງຊົນເຜົ່າເປັນເສັ້ນຊີວິດຂອງປະຊາຊົນບັນດາເຜົ່າ. ເພິ່ນເຄີຍກ່າວວ່າ: “ກຳລັງຂອງເຮືອໃບແມ່ນຢູ່ນຳຜ້າໃບ, ກຳລັງຂອງຄົນແມ່ນຢູ່ນຳຈິດໃຈ. ການເຮັດວຽກຄວາມສາມັກຄີລະຫວ່າງຊົນເຜົ່າສິ່ງສຳຄັນແມ່ນຢູ່ນຳການປະສານໃຈ, ຕ້ອງເຂົ້າໃຈກັນ ແລະ ຈິງໃຈຕໍ່ກັນ. ພີ່ນ້ອງບັນດາເຜົ່າຕ້ອງສາມັກຄີຮັກແພງກັນແບບອ້າຍນ້ອງ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຮ່ວມກັນປົກປັກຮັກສາຄວາມສາມັກຄີພາຍໃນຊາດ ແລະ ຄວາມເປັນເອກະພາບຂອງຊາດ.”
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກຄອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ໄປຄຽງຄູ່ກັບມາດຕະການປະຕິຮູບດ້ານຕ່າງໆໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຢູ່ເຂດຊົນເຜົ່າແລ້ວ, ພະນັກງານ ຜູ້ຊ່ຽວຊານຈຳນວນຫຼວງຫຼາຍໄດ້ຮ່ວມກັນສູ້ຊົນກັບປະຊາຊົນເຂດຊົນເຜົ່າ ເຊິ່ງເຮັດໃຫ້ໂສມໜ້າຂອງເຂດຊົນເຜົ່າເກີດການປ່ຽນແປງແບບໜ້າມືເປັນຫຼັງມືໂດຍລວມ. ປະຊາຊົນບັນດາເຜົ່າໄດ້ບັນລຸການຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, ປະຊາຊົນບັນດາເຜົ່າມີສາຍພົວພັນຢ່າງສະໜິດແໜ້ນໃນຊີວິດສັງຄົມເຂົ້າສູ່ລວງກວ້າງ ແລະ ລວງເລິກແບບບໍ່ເຄີຍມີມາກ່ອນ.
ເນື້ອໃນຈົດໝາຍຕອບຂອງທ່ານສີຈິ້ນຜິງຍັງມີຄຳຊີ້ນຳດ້ວຍຄວາມດູດດື່ມວ່າ: “ປະຊາຊົນບັນດາເຜົ່າຕ່າງກໍຕ້ອງຈົດຈຳສະຕິປະຊາຄົມຊົນຊາດຈີນໄວ້ຢູ່ໃນໃຈຢ່າງໜັກແໜ້ນເພື່ອເຊື່ອມຊຶມເຂົ້າໃນເສັ້ນເລືອດ, ຮ່ວມກັນຮັກສາດິນແດນປະເທດຊາດ, ຮ່ວມກັນສ້າງສາບ້ານເມືອງທີ່ດີງາມ, ເຮັດໃຫ້ຄວາມສາມັກຄີກ້າວໜ້າຂອງຊົນເຜົ່າແຕກດອກອອກຜົນຈະເລີນງອກງາມຍິ່ງໆຂຶ້ນໄປ.”