ກອງທັບອິດສະຣາແອນດຳເນີນການໂຈມຕີທາງອາກາດ “ຢ່າງຂະໜາດໃຫຍ່ທີ່ສຸດ” ຕໍ່ລີບັງ

2024-09-28 14:52:17 cri

ເວລາ 18 ໂມງ 20 ນາທີຂອງວັນທີ 27 ກັນຍານີ້, ເຮືອບິນສູ້ຮົບອິດສະຣາແອນໄດ້ດຳເນີນການໂຈມຕີທາງອາກາດຮອບໜຶ່ງຕໍ່ຊານເມືອງພາກໃຕ້ນະຄອນຫຼວງເບຣຸດຂອງລີບັງ, ເບຣຸດມີສຽງລະເບີດດັງກ້ອງກັງວານຢ່າງຕໍ່ເນື່ອງ. ມີຂ່າວແຈ້ງໃຫ້ຮູ້ວ່າ: ນີ້ແມ່ນກອງທັບອິດສະຣາແອນດຳເນີນການໂຈມຕີທາງອາກາດທີ່ມີຂະໜາດໃຫຍ່ທີ່ສຸດຕໍ່ນະຄອນຫຼວງເບຣຸດ ນັບແຕ່ກຸ່ມເຮສບູນລາຂອງລີບັງເກີດການປະທະກັນກັບອິດສະຣາແອນ ເມື່ອເດືອນຕຸລາປີກາຍເປັນຕົ້ນມາ.


ເຈົ້າໜ້າທີ່ທະຫານອິດສະຣາແອນກ່າວວ່າ: ເປົ້າໝາຍການໂຈມຕີເທື່ອນີ້ແມ່ນສຳນັກງານໃຫຍ່ຂອງກຸ່ມເຮສບູນລາຂອງລີບັງ.