ທ່ານຫວາງຢີ້ມີຄວາມເຫັນກ່ຽວກັບຄວາມໝາຍທີ່ມີຕໍ່ໂລກຂອງຄວາມທັນສະໄໝແບບຈີນ

2024-09-29 15:50:56 cri

ວັນທີ 28 ກັນຍານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 79 ທີ່ສຳນັກງານໃຫຍ່ອົງການສປຊຢູ່ນະຄອນນິວຢອກຂອງອາເມຣິກາ, ເຊິ່ງໄດ້ບັນລະຍາຍຄວາມໝາຍຄວາມສຳຄັນທີ່ມີຕໍ່ໂລກຂອງຄວາມທັນສະໄໝແບບຈີນ. ທ່ານຊີ້ອອກວ່າ: ຄວາມທັນສະໄໝແບບຈີນຈະຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຮ່ວມກັນຂອງໂລກຢ່າງແຂງແຮງ, ແລະຊຸກຍູ້ການປັບປຸງການບໍລິຫານທົ່ວໂລກ ແລະຄວາມກ້າວໜ້າຂອງອາລິຍະທຳມະນຸດ.

 

ທ່ານຫວາງຢີ້ຍັງກ່າວຕື່ມວ່າ: ບໍ່ວ່າສະຖານະການສາກົນຈະມີການປ່ຽນແປງຄືແນວໃດກໍຕາມ, ທາງເລືອກຂອງຈີນກໍບໍ່ມີການປ່ຽນແປງມາໂດຍຕະຫຼອດ, ນັ້ນຄືການສຸມກຳລັງເພື່ອສະແຫວງຫາຄວາມຜາສຸກມາໃຫ້ແກ່ປະຊາຊົນ ແລະຟື້ນຟູຄວາມຈະເລີນຂອງປະຊາຊາດ, ພ້ອມກັນນັ້ນ, ຍັງແມ່ນເພື່ອສະແຫວງຫາຄວາມກ້າວໜ້າຂອງມວນມະນຸດ ແລະການພັດທະນາຮ່ວມກັນຂອງໂລກ.