ທ່ານ ຫວາງຢີ້ ພົບປະກັບເລຂາທິການໃຫຍ່ອົງການສະຫະປະຊາຊາດ

2024-09-29 15:36:16 cri

      ວັນທີ 27 ກັນຍານີ້, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ອັນໂຕນີໂອ ກູເຕີເລັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໃນໄລຍະຈັດກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 79 ຢູ່ນະຄອນນິວຢອກຂອງອາເມຣິກາແລະກ່າວວ່າຈີນຍິນດີເພີ່ມທະວີການຮ່ວມມືກັບອົງການສະຫະປະຊາຊາດ,ຊຸກຍູ້ວຽກງານສັນຕິພາບແລະການພັດທະນາຂອງໂລກ.

      ທ່ານ ຫວາງຢີ້ ກ່າວວ່າ: ສະຖານະການສາກົນຍິ່ງມີຄວາມສັບສົນ, ຄວາມສ່ຽງແລະສິ່ງທ້າທາຍທີ່ມີລັກສະນະທົ່ວໂລກກໍ່ຍິ່ງພົ້ນອອກມາ,ສະນັ້ນຕ້ອງປົກປັກຮັກສາອິດທິພົນຂອງອົງການສະຫະປະຊາຊາດ,ເສີມຂະຫຍາຍບົດບາດໃຈກາງຂອງອົງການສະຫະປະຊາຊາດ. ຈີນຈະສຸມຄວາມພະຍາຍາມຈົນສຸດຄວາມສາມາດເຂົ້າໃນການສະໜັບສະໜູນວຽກງານຂອງອົງການສະຫະປະຊາຊາດ.

      ທ່ານ ກູເຕີເລັສ ກ່າວວ່າ: ຂອບໃຈຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນຕໍ່ອົງການສະຫະປະຊາຊາດໃນໄລຍະຍາວນານມານີ້. ໂດຍຮັບມືກັບຄວາມສ່ຽງແລະສິ່ງທ້າທາຍທີ່ໂລກກຳລັງປະເຊີນໜ້າ, ອົງການສະຫະປະຊາຊາດຈະສຸມທຸກກຳລັງເພື່ອສັນຕິພາບຈົນສຸດຄວາມສາມາດຂອງຕົນ,ປະຕິບັດໜ້າທີ່ຄວາມຮັບຜິດຊອບເພື່ອການພັດທະນາ,ຄອງຄອຍແລະເຊື່ອໝັ້ນວ່າຈີນຈະສືບຕໍ່ເສີມຂະຫຍາຍບົດບາດທີ່ສຳຄັນເຫຼົ່ານີ້.