ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

2024-09-29 17:28:32 CRI

ພາກັນເຂົ້າແຖວລຽນຄິວຕະຫຼອດທັງຄືນ,ເມື່ອປະຕູເປີດອອກແລ້ວກໍຟ້າວແລ່ນເຂົ້າໄປຈົນສຸດຄວາມສາມາດ ເພື່ອຈັບຈອງບ່ອນຊົມທີ່ດີທີ່ສຸດ…ເມື່ອມື້ບຸນທີ່ສຳຄັນຕ່າງໆໄດ້ໝູນວຽນມາເຖິງອີກຄັ້ງໜຶ່ງ, ການໄປຊົມພິທີຊັກທຸງຊາດຈີນຂຶ້ນສູ່ຍອດເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນຂອງນະຄອນຫຼວງປັກກິ່ງກໍໄດ້ກາຍເປັນ “ລາຍການທີ່ຂາດບໍ່ໄດ້” ສຳລັບປະຊາຊົນຕ່າງແຂວງທີ່ເດີນທາງເຂົ້າມາທ່ຽວຢູ່ນະຄອນຫຼວງປັກກິ່ງ.

“ການໄປຊົມພິທີຊັກທຸງຊາດຈີນຂຶ້ນສູ່ຍອດເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ”ແມ່ນມີຄວາມໝາຍສຳຄັນເປັນພິເສດສຳລັບປະຊາຊົນຈີນ. ໃນສື່ສັງຄົມອອນລາຍຕ່າງໆ, ຫົວຂໍ້ “ເຄັດລັບໃນການຊົມພິທີຊັກທຸງຊາດຈີນຂຶ້ນສູ່ຍອດເສົາ” ໄດ້ກາຍເປັນຈຸດດຶງດູດສາຍຕາຂອງຄົນຈີນຫຼາຍສົມຄວນ: ຈຸດຊົມພິທີທີ່ດີເລີດ, ການຈັດວາງເວລາ, ຂໍ້ມູນດ້ານການເດີນທາງເປັນຕົ້ນແມ່ນມີຄົບໝົດທຸກຢ່າງ. ໂດຍພິຈາລະນາເຖິງການປ້ອງກັນຄວາມປອດໄພ, ການໄປຊົມພິທີຊັກທຸງຊາດຂຶ້ນເສົາໃນປັດຈຸບັນຈະຕ້ອງເສຍເວລາ ແລະ ອອກເຫື່ອແຮງຫຼາຍກວ່າ ເມື່ອທຽບໃສ່ການໄປທ່ຽວຊົມແຫຼ່ງທ່ອງທ່ຽວທຳມະດາອື່ນໆ, ແຕ່ເປັນຫຍັງ, ຄົນທັງຫຼາຍຍັງຢາກໄປຊົມພິທີດັ່ງກ່າວເຖິງຈະລຳບາກແນວໃດກໍຕາມ?

ເວົ້າສຳລັບຊາວຈີນທົ່ວໄປແລ້ວ, ການໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ໜາມຫຼວງທ່ຽນອ່ານເໝິນ ເປັນປະສົບການທີ່ຕ້ອງມີໃນຊີວິດຂອງຕົນ ໂດຍສະເພາະແມ່ນພິທີຊັກທຸງຊາດຂຶ້ນຍອດເສົາ-ລົງຈາກຍອດເສົາ ໄດ້ເລີ່ມດຳເນີນຢ່າງເປັນພິທີທີ່ຍິ່ງໃຫຍ່ ແລະ ມີບັນຍາກາດເຄັ່ງຂຶມກວ່າແຕ່ກ່ອນຢູ່ສະໜາມຫຼວງທ່ຽນອ່ານເໝິນ ທີ່ເລີ່ມມີຂຶ້ນແຕ່ວັນທີ 1 ພຶດສະພາປີ 1991 ເປັນຕົ້ນມາ. ນອກນີ້, ນັບແຕ່ວັນທີ 1 ມັງກອນປີ 2018 ເປັນຕົ້ນມາ, ພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ ໄດ້ມອບໝາຍໃຫ້ກອງກຽດຕິຍົດ ແລະ ກອງດຸລິຍາງຂອງກອງທັບປົດປ່ອຍປະຊາຊົນຈີນເປັນຜູ້ຮັບຜິດຊອບ, ພິທີດັ່ງກ່າວໄດ້ມີການປ່ຽນແປງອີກຄັ້ງໃໝ່. ການຈັດພິທີຊັກທຸຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ ໄດ້ເກີດມີພາບລັກໃໝ່ ແລະ ໂສມໜ້າໃໝ່. ຄວາມມີກຽດ ແລະ ຄວາມເຄັ່ງຂຶມຂອງພິທີໄດ້ເຊື່ອມໂຍງເຂົ້າໃນດວງໃຈຂອງຊາວຈີນຢູ່ທຸກແຫ່ງຫົນ ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງປະເທດຈີນ.

ໃນຊຸມປີຜ່ານມາ, ເມື່ອເຖິງມື້ບຸນສຳຄັນຕ່າງໆ ເຊັ່ນ: ວັນກຳມະກອນສາກົນ, ວັນຊາດຈີນ ແລະອື່ນໆໄດ້ໝູນວຽນມາເຖິງ, “ການໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ” ຈະໄດ້ກາຍເປັນຫົວຂໍ້ເດັ່ນໃນທາງອິນເຕີເນັດເລື້ອຍໆ ແລະ ຄົນທັງຫຼາຍຈະໄປເຕົ້າໂຮມກັນຢູ່ສະໜາມຫຼວງທ່ຽນອ່ານເໝິນຢ່າງລົ້ນເຫຼືອເພື່ອເບິ່ງພິທີດັ່ງກ່າວ. ທີ່ຈິງແລ້ວ, ຜູ້ທີ່ໄປຊົມພິທີຢູ່ກັບທີ່ມີຢູ່ຢ່າງຫຼວງຫຼາຍ, ແຕ່ຜູ້ທີ່ໄດ້ເບິ່ງແຈ້ງພິທີອາດຈະບໍ່ມີຫຼາຍປານໃດ, ຄົນສ່ວນຫຼາຍເດີນທາງໄປສະໜາມຫຼວງທ່ຽນອ່ານເໝິນ ແມ່ນຕ້ອງການສຳຜັດກັບບັນຍາກາດໃນພິທີຊັກທຸງຊາດຂຶ້ນເສົາ ແລະ ເພື່ອສະແດງເຖິງຄວາມຮັກຊາດ. ຄຽງຄູ່ກັບສຽງຄຳສັ່ງໃນພິທີດັງຂຶ້ນ, ກອງດຸລິຍາງກອງທັບປົດປ່ອຍປະຊາຊົນຈີນເປີດສາກການບັນເລງເພງຊາດ”, ມືທຸງໄດ້ຊັກທຸງຊາດຂຶ້ນສູງໆ, ທຸງແດງ 5 ດາວ ທີ່ເປັນທຸງຊາດຈີນທີ່ສົດໃສໄດ້ປິວສະບັດໄປຕາມສາຍລົມໃນທ່າມກາງສຽງທຳນອງຂອງເພງຊາດ. ຜູ້ຊົມຢູ່ກັບທີ່ໄດ້ພາກັນຮ້ອງເພງຊາດໄປຕາມສຽງເພງດ້ຍຄວາມສະໝັກໃຈ, ສຽງເພງດັງກ້ອງກາງວານ, ເຮັດໃຫ້ຄົນຮູ້ສຶກມີຄວາມຈູບຈ້າວຫ້າວຫັນທີ່ສຸດ.

ສື່ມວນຊົນຕ່າງປະເທດກໍເຄີຍໄດ້ສະແດງຄວາມເຫັນຢ່າງຫຼວງຫຼາຍກ່ຽວກັບຫົວຂໍ້ “ເປັນຫຍັງຄົນຈີນມັກໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ”, ຄຳຕອບສ່ວນຫຼາຍກໍແມ່ນ “ຮັກຊາດ”. “ບໍ່ຮູ້ວ່າເປັນຫຍັງຂ້ອຍກໍໄດ້ກະຕຸ້ນໃຈນຳ” “ມີແຕ່ປະເທດແບບນີ້ຈິ່ງຈະນັບມື້ນັບເຂັ້ມແຂງຂຶ້ນ”, ປະເທດໜຶ່ງທີ່ມີນ້ຳໃຈສາມັກຄີ, ປະເທດໜຶ່ງ ທີ່ທາງລັດແລະປະຊາຊົນຊ່ວຍຊູຍູ້ໜູນກັນ, ຍ່ອມຈະສາມາດສືບຕໍ່ບຸກເບີກອະນາຄົດທີ່ດີງາມກວ່າເກົ່າ. ຄົນຈີນມັກໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ ໄດ້ກາຍເປັນສັນຍະລັກທີ່ໝາຍເຖິງຄວາມຮັກຊາດຂອງຊາວຈີນອັນຍິ່ງໃຫຍ່.