ກຸ່ມກໍ່ອາດຊະຍາກຳຫຼອກລວງທາງໂທລະຄົມຢູ່ທີ່ພາກເໜືອມຽນມາ 20 ຄົນຖືກຈັບກຸມແລະສົ່ງກັບຄືນຈີນ

2024-09-30 15:28:50 cri

 

ນັກຂ່າວໄດ້ຮັບຂໍ້ມູນຈາກກະຊວງປ້ອງກັນຄວາມສະຫງົບຈີນໃນວັນທີ 29 ກັນຍານີ້ວ່າ: ຫວ່າງມໍ່ໆມານີ້, ກະຊວງປ້ອງກັນຄວາມສະຫງົບຈີນໄດ້ສົ່ງໜ່ວຍງານໄປມຽນມາເພື່ອເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍຮ່ວມກັບມຽນມາ, ໂດຍໄດ້ດຳເນີນການເຄື່ອນໄຫວຮ່ວມເພື່ອປາບປາມການກໍ່ອາດຊະຍາກຳຢູ່ນະຄອນຢາງກຸ້ງ, ນະຄອນມານດາເລແລະບ່ອນອື່ນໆຂອງມຽນມາເປັນຄັ້ງທຳອິດ, ໂດຍໄດ້ຈັບກຸມຫົວໜ້າກຸ່ມຄືທ້າວເສີນໂໝເວີ້ຍ, ທ້າວຢາງແລະຜູ້ຮ່ວມຂະບວນການກໍ່ອາດຊະຍາກຳການຫຼອກລວງທາງໂທລະຄົມ 20 ຄົນແລະໄດ້ເໝົາຍົນລຳໜຶ່ງສົ່ງຜູ້ຕ້ອງຫາກໍ່ອາດຊະຍາກຳຮ້າຍແຮງ 20 ຄົນທີ່ຝ່າຍມຽນມາສົ່ງມອບໃຫ້ກັບຄືນປະເທດຈີນ. ການເຄື່ອນໄຫວຄັ້ງນີ້ແມ່ນຜົນສຳເລັດໃຫຍ່ທີ່ມີລັກສະນະເປັນຂີດໝາຍອີກຄັ້ງໜຶ່ງຈາກການຮ່ວມມືດ້ານການປະຕິບັດກົດໝາຍຂອງຕຳຫຼວດ.