ງານດົນຕີສະເຫຼີມສະຫຼອງສາທາລະນະລັດປະຊາຊົນຈີນສ້າງຕັ້ງຂຶ້ນຄົບຮອບ 75 ປີຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2024-09-30 17:09:55 cri

      ຕອນຄ່ຳວັນທີ 29 ກັນຍານີ້, ງານດົນຕີສະເຫຼີມສະຫຼອງສາທາລະນະລັດປະຊາຊົນຈີນສ້າງຕັ້ງຂຶ້ນຄົບຮອບ 75 ປີໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນແລະຜູ້ນຳພັກລັດທ່ານອື່ນໆພ້ອມດ້ວຍຜູ້ຊົມ 3.000 ກວ່າຄົນໄດ້ຮ່ວມກັນຊົມການສະແດງ, ຮ່ວມກັນທົບທວນຄືນຂະບວນວິວັດສ້າງຄວາມຮຸ່ງເຮືອງເຫຼືອງເຫຼື້ອມນັບຕັ້ງແຕ່ສາທາລະນະລັດປະຊາຊົນຈີນສ້າງຕັ້ງຂຶ້ນເປັນເວລາ 75 ປີຜ່ານມາ,ຮ່ວມກັນອວຍພອນປະເທດຊາດທີ່ຍິ່ງໃຫຍ່ໃຫ້ມີຄວາມຈະເລີນຮຸ່ງເຮືອງແລະວັດທະນາຖາວອນ.