ງານລ້ຽງຮັບຮອງເພື່ອສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ

2024-10-01 17:22:12 cri

 

   

    ຕອນຄ່ຳວັນທີ 30 ກັນຍາແລ້ວນີ້, ງານລ້ຽງຮັບຮອງເພື່ອສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນຈີນທີ່ນະຄອນຫຼວງປັກກິ່ງຂອງຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມງານລ້ຽງດັ່ງກ່າວພ້ອມທັງກ່າວຄຳປາໄສ.



    ທ່ານເນັ້ນໜັກວ່າ: ນັບແຕ່ສາທາລະນະລັດປະຊາຊົນຈີນສະຖາປະນາຂຶ້ນເປັນເວລາ 75 ປີມານີ້, ພັກຄອມມູນິດຈີນພວກເຮົາໄດ້ສາມັກຄີ ແລະ ນຳພາທົ່ວປວງຊົນທັງຊາດບຸກບືນສູ້ຊົນຢ່າງບໍ່ລົດລະ, ໄດ້ສ້າງມະຫັດສະຈັນໃຫຍ່ສອງປະການ ຄື: ເສດຖະກິດພັດທະນາຢ່າງວ່ອງໄວ ແລະ ສັງຄົມມີຄວາມສະຫງົບເປັນໄລຍະຍາວ, ຈີນໄດ້ມີການປ່ຽນແປງອັນໃຫຍ່ຫຼວງແບບປ່ຽນໜ້າມືເປັນຫຼັງມື, ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໄດ້ເຂົ້າສູ່ຂະບວນການປະຫວັດສາດທີ່ບໍ່ສາມາດຕ່າວປິ້ນຄືນໄດ້. ບົນຂະບວນການໃໝ່ໃນຍຸກໃຫຍ່, ປະຊາຊົນຈີນຍ່ອມຈະສ້າງຄວາມຈະເລີນຮຸ່ງເຮືອງໃໝ່ທີ່ໃຫຍ່ກວ່າເກົ່າ, ຍ່ອມຈະປະກອບສ່ວນໃໝ່ເຂົ້າໃນພາລະກິດສູງສົ່ງແຫ່ງສັນຕິພາບ ແລະ ການພັດທະນາຂອງມວນມະນຸດໃຫ້ຫຼາຍກວ່າເກົ່າ.