ອາເມຣິກາອາດຈະຫຼຸດດອກເບ້ຍໃຫ້ຕ່ຳລົງອີກ 2 ຄັ້ງໃນປີນີ້

2024-10-01 17:24:39 cri


    ວັນທີ 30 ກັນຍາແລ້ວນີ້, ທ່ານເຈໂຣເມ ໂປເວນ ປະທານອົງການ FED ເຊິ່ງເປັນທະນາຄານກາງອາເມຣິກາໄດ້ກ່າວຄຳປາໄສຢູ່ກອງປະຊຸມປະຈຳປີສະພາການຄ້າເສດຖະກິດທົ່ວປະເທດອາເມຣິກາທີ່ຈະຂຶ້ນຢູ່ນະຄອນນາສວິເລ ລັດເທນເນເຊ.

    ທ່ານເຈໂຣເມ ໂປເວນ ກ່າວວ່າ: ນະໂຍບາຍຫຼຸດດອກເບ້ຍຕ່ຳຫຼົງ 0,5% ໃນຫວ່າງມໍ່ໆມານີ້ ບໍ່ຄວນຖືກເຂົ້າໃຈເປັນຂີດໝາຍທີ່ນະໂຍບາຍໃນອະນາຄົດຈະຮຸນແຮງເຊັ່ນດຽວກັນ, ທີ່ຈິງແລ້ວ, ມັນສະແດງໃຫ້ເຫັນວ່ານະໂຍບາຍໃນຕໍ່ໜ້ານີ້ຈະມີຂະໜາດຕ່ຳກວ່າ, ຖ້າວ່າຕົວເລກເສດຖະກິດບໍ່ປ່ຽນແປງ, ປີນີ້ອາດຈະຫຼຸດດອກເບ້ຍໃຫ້ຕ່ຳລົງອີກ 2 ຄັ້ງ ແລະ ທັງໝົດຫຼຸດຕ່ຳລົງ 0,5%.