ປະທານາທິບໍດີອີຣານພົບປະກັບນາຍົກຣັດເຊຍ ກ່າວວ່າຈະເພີ່ມທະວີການຮ່ວມມືເພື່ອຕ້ານການລົງໂທດຂອງອາເມຣິກາ

2024-10-01 14:56:08 CRI

    ວັນທີ 30 ກັນຍາແລ້ວນີ້, ທ່ານມິຄາອິນ ມີຊູສະຕິນ ນາຍົກລັດຖະມົນຕີຣັດເຊຍໄດ້ຢ້ຽມຢາມອີຣານ ແລະ ໄດ້ພົບປະກັບທ່ານມາຊູດ ເປເຊັສກຽນ ປະທານາທິບໍດີອີຣານ.


 

     ໃນໄລຍະພົບປະ, ທ່ານເປເຊັສກຽນກ່າວວ່າ:ສັນຍາກ່ຽວກັບການສ້າງອີຣານເປັນຊຸມທາງການຂົນສົ່ງ ແລະ ຊຸມທາງອາຍແກັສທຳມະຊາດຂອງພາກພື້ນນີ້ແມ່ນແບບຢ່າງການຮ່ວມມືລະຫວ່າງອີຣານກັບ ຣັດເຊຍ ເຊິ່ງສອດຄ່ອງກັບຜົນປະໂຫຍດຂອງສອງປະເທດ,ຈະຊ່ວຍພ້ອມທັງຊຸກຍູ້ການພັດທະນາແບບຍືນຍົງ ແລະ ການເຕີບໂຕທາງເສດຖະກິດຂອງພາກພື້ນ.ອີຣານເຊື່ອວ່າ, ໃນອະນາຄົດ ການປະຕິບັດໂຄງການເຫຼົ່ານີ້ຈະສາມາດເພີ່ມຄວາມສາມາດຂອງສອງປະເທດເພື່ອຕ້ານການລົງໂທດອັນໜັກໜ່ວງຂອງອາເມຣິກາ.

 

     ທ່ານເປເຊັສກຽນຍັງເນັ້ນໜັກວ່າ: ອິດສະຣາແອນໄດ້ຮັບການສະໜັບສະໜູນຈາກອາເມຣິກາ,ມີຈຸດປະສົງເປີດກວ້າງອິດທິພົນຂອງອາເມຣິກາຢູ່ເຂດຕາເວັນອອກກາງ. ໂດຍແນໃສ່ການກະທຳຂອງອາເມຣິກາ ແລະ ອິດສະຣາແອນ, ປະເທດໃນພາກພື້ນນີ້ຕ້ອງການເພີ່ມທະວີການຮ່ວມມື ເພື່ອພ້ອມກັນໂຈມຕີການກະທຳດັ່ງກ່າວ.

 

    ທ່ານມິຊູສະຕິນກ່າວວ່າ: ຣັດເຊຍຍິນດີເພີ່ມທະວີການແລກປ່ຽນແລະ ການຮ່ວມມືກັບອີຣານ ໂດຍສະເພາະແມ່ນໃນຂົງເຂດພະລັງງານ,ອຸດສາຫະກຳ,ຄົມມະນາຄົມ, ວັດທະນະທຳ ແລະ ອື່ນໆ.