ອຸບັດເຫດລົດໂຮງຮຽນເກີດໄຟໄໝ້ທີ່ບາງກອກໄທໄດ້ມີ ຜູ້ເສຍຊີວິດ 25 ຄົນ

2024-10-02 12:56:48 CRI

 

    ວັນທີ 1 ຕຸລານີ້, ລົດບັສທີ່ບັນທຸກຄູສອນ 6 ຄົນ ແລະ ນັກຮຽນ 38 ຄົນຄັນໜຶ່ງໄດ້ເກີດໄຟໄໝ້ໃນເວລາເດີນຮອດຊານເມືອງພາກເໜືອນະຄອນຫຼວງບາງກອກໄທ.


 

     ຜູ້ກອບກູ້ຊ່ວຍເຫຼືອບອກໃຫ້ຮູ້ວ່າ, ອຸບັດເຫດເທື່ອນີ້ ນັບລວມແລ້ວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 25 ຄົນ, ໄດ້ປາກົດເຫັນສົບຂອງ 23 ຄົນຢູ່ເທິງລົດ, ອີກ 2 ຄົນເສຍຊີວິດຢູ່ໂຮງໝໍ. ປັດຈຸບັນ, ຕຳຫຼວດພວມສຳຫຼວດສາເຫດຂອງອຸບັດເຫດຢູ່.