ເປີດປ້າຍຂອງສູນປະສານງານຕັດສິນວຽກງານການຄ້າຈີນ-ອາຊຽນຢ່າງເປັນທາງການ

2024-10-02 13:03:42 CRI

    ຫວ່າງມໍ່ໆມານີ້, ກະຊວງຍຸດຕິທຳຈີນແຈ້ງໃຫ້ຮູ້ວ່າ: ສູນປະສານງານຕັດສິນວຽກງານການຄ້າຈີນ-ອາຊຽນໄດ້ເປີດປ້າຍຢ່າງເປັນທາງການຢູ່ໃນເວທີເປິກສາຫາລືກົດໝາຍວຽກງານການຄ້າຈີນ-ອາຊຽນທີ່ຈັດຂຶ້ນຢູ່ນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ.



    ຂ່າວແຈ້ງວ່າ, ສູນປະສານງານດັ່ງກ່າວແມ່ນເວທີແລກປ່ຽນ ແລະ ປະສານງານດ້ານການຕັດສິນວຽກງານການຄ້າສາກົນທີ່ບໍ່ຫວັງຜົນກຳໄລທີ່ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ກະຊວງຍຸຕິທຳຈີນພ້ອມກັນຊຸກຍູ້,ສະມາຄົມການຕັດສິນເຂດກວາງຊີຈີນເປັນຜູ້ລິເລີ່ມ,ຮ່ວມມືກັບອົງການຕັດສິນ ອົງການບໍລິການດ້ານກົດໝາຍ,ສະມາຄົມການຄ້າ ແລະ ຄັງປັນຍາຂອງມະຫາວິທະຍາໄລຂອງຈີນ ແລະ ບັນດາປະເທດອາຊຽນພ້ອມກັນສ້າງຂຶ້ນ ໂດຍມີຈຸດປະສົງລົງເລິກ ແລະ ເປີດກວ້າງການແລກປ່ຽນປະສານງານໃນຂົງເຂດການຕັດສິນລະຫວ່າງຈີນ ກັບ ບັນດາປະເທດອາຊຽນ,ຊຸກຍູ້ສ້າງກົນໄກປະສານງານຕັດສິນວຽກງານການຄ້າລະຫວ່າງຈີນ ກັບ ອາຊຽນ,ຊຸກຍູ້ໃຫ້ແກ້ໄຂຂໍ້ຂັດແຍ້ງດ້ານການຄ້າໂດຍຜ່ານຊ່ອງທາງຫຼາຍກວ່າເກົ່າ,ສະໜອງການບໍລິການ ແລະ ການຮັບປະກັນດ້ານການຕັດສິນທີ່ມີຄຸນນະພາບດີ ປະສິດທິພາບສູງ ແລະ ເປັນວິຊາການຕໍ່ການໄປມາຫາສູ່ດ້ານເສດຖະກິດການຄ້າຈີນ-ອາຊຽນ ແລະ ການພັດທະນາເສດຖະກິດຂອງພາກພື້ນ.