ປະທານາທິບໍດີອີຣານ: ອີຣານບໍ່ມັກສົງຄາມ ແຕ່ຄັດຄ້ານການຂົ່ມຂູ່ໃນທຸກຮູບແບບຢ່າງເດັດຂາດ

2024-10-02 18:59:34 cri


   ວັນທີ 1 ຕຸລານີ້, ທ່ານ ມາຊຸດ ເປເຊັສກຽນ ປະທານາທິບໍດີອີຣານໄດ້ພົສບົດຄວາມລົງສື່ສັງຄົມອອນລາຍວ່າ: ບົນພື້ນຖານສິດທີ່ຊອບດ້ວຍກົດໝາຍ, ຖືເອົາສັນຕິພາບແລະຄວາມໝັ້ນຄົງຂອງປະເທດຕົນແລະພາກພື້ນເປັນເປົ້າໝາຍ ອີຣານໄດ້ໃຫ້ການຕອບໂຕ້ຢ່າງເດັດຂາດຕໍ່ການຮຸກຮານຂອງອິດສະຣາແອນ. ການກະທຳ ແບບນີ້ຂອງອີຣານແມ່ນເພື່ອປ້ອງກັນຜົນປະໂຫຍດແລະປົກປ້ອງປະຊາຊົນຂອງອີຣານ ທັງເຮັດໃຫ້ທ່ານເບັນຈາມິນ ເນທານຢາຮູ ນາຍົກລັດຖະມົນຕີອິດສະຣາແອນຮູ້ວ່າ: ອີຣານບໍ່ມັກສົງຄາມ ແຕ່ຄັດຄ້ານການຂົ່ມຂູ່ໃນທຸກຮູບແບບຢ່າງເດັດຂາດ. ທ່ານກ່າວຕື່ມວ່າ: ການຕອບໂຕ້ເທື່ອນີ້ພຽງແຕ່ສະແດງໃຫ້ເຫັນພາກສ່ວນໜ້ອຍສ່ວນໜຶ່ງຂອງກຳລັງອີຣານ, ທັງກ່າວເຕືອນວ່າຢ່າສູ່ເກີດການປະທະກັນກັບອີຣານ.

   ມື້ດຽວກັນ, ທ່ານ ຄາເມເນອີ ຜູ້ນຳສູງສຸດອີຣານໄດ້ກ່າວຜ່ານທາງສື່ສັງຄົມອອນລາຍວ່າ: ແນວໂຮມຕໍ່ຕ້ານຈະໂຈມຕີອຳນາດການປົກຄອງອິດສະຣາແອນ  “ໃນລັກສະນະລ້າງຜານກວ່າເກົ່າ”.