ທ່ານສີຈິ້ນຜິງ ແລະ ທ່ານວະລາດີເມຍ ປູຕິນສົ່ງສານອວຍພອນໃຫ້ແກ່ກັນເນື່ອງໃນໂອກາດຈີນ ກັບ ຣັດເຊຍສ້າງສາຍພົວພັນທາງການທູດຄົບຮອບ 75 ປີ

2024-10-02 12:50:40 CRI

    ວັນທີ 2 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ສົ່ງສານອວຍພອນໃຫ້ແກ່ກັນ ເນື່ອງໃນໂອກາດສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 75 ປີ.

 

    ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງລະບຸວ່າ: ຂ້າພະເຈົ້າໃຫ້ຄວາມສຳຄັນຂະຫຍາຍການພົວພັນຈີນ-ຣັດເຊຍໃນລະດັບສູງ,ຍິນດີຮ່ວມກັບທ່ານປະທານາທິບໍດີປູຕິນ, ຖືສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 75 ປີເປັນໂອກາດ, ເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງໃນທຸກຂົງເຂດລະຫວ່າງຈີນ ກັບ ຣັດເຊຍ, ພ້ອມກັນຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ ແລະ ການສ້າງຄວາມທັນສະໄໝຂອງສອງປະເທດ, ປະກອບສ່ວນໃໝ່ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ ພ້ອມທັງ ຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

 

    ເນື້ອໃນສານອວຍພອນຂອງທ່ານວະລາດີເມຍ ປູຕິນລະບຸວ່າ:ປັດຈຸບັນ, ການພົວພັນລະຫວ່າງຣັດເຊຍ ກັບ ຈີນພວມຢູ່ໃນລະດັບສູງສຸດໃນປະຫວັດສາດ. ສອງຝ່າຍຕັ້ງໜ້າດຳເນີນການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ການເມືອງ, ເສດຖະກິດການຄ້າ ແລະ ເຕັກນິກວິທະຍາສາດເປັນຕົ້ນ, ປະສານງານຢ່າງມີປະສິດທິພາບສູງໃນວຽກງານສາກົນ ແລະພາກພື້ນ, ພ້ອມກັນສຸມໃສ່ສ້າງໂລກທີ່ມີຫຼາຍຂົ້ວທີ່ເປັນທຳ. ຂ້າພະເຈົ້າເຊື່ອວ່າ, ສອງຝ່າຍຈະສືບຕໍ່ຮັດແໜ້ນການພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກສະໄໝໃໝ່ລະຫວ່າງຣັດເຊຍ ກັບ ຈີນຕື່ມອີກ, ຊຸກຍູ້ທະວີບເອີລົບ-ອາຊີ ແລະ ໂລກໃຫ້ມີຄວາມໝັ້ນຄົງ ແລະ ສະຖຽນລະພາບ.