ສະຖານທູດຈີນປະຈຳໄທສົ່ງຢາໃຫ້ຜູ້ຮັບບາດເຈັບໃນອຸບັດເຫດລົດໂຮງຮຽນເກີດໄຟໄໝ້ຢູ່ບາງກອກ

2024-10-03 17:33:55 cri


   ວັນທີ 2 ຕຸລານີ້, ສະຖານທູດຈີນປະຈຳໄທໄດ້ຜ່ານຝ່າຍໄທສົ່ງຢາທາໃຫ້ຜູ້ໄດ້ຮັບບາດເຈັບໃນອຸບັດເຫດລົດບັສເກີດໄຟໄໝ້ໃນວັນທີ 1 ຕຸລານີ້. ທ່ານສົມສັກ ເທບສຸທິນ ລັດຖະມົນຕີກະຊວງສາທາລະນະສຸກໄທ ແລະ ທ່ານທະວີ ສອດສ່ອງ ລັດຖະມົນຕີກະຊວງຍຸດຕິທຳໄທໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຝ່າຍຈີນ.

   ວັນທີ 1 ຕຸລານີ້, ລົດບັສທີ່ບັນທຸກຄູສອນແລະນັກຮຽນຂອງໄທຄັນໜຶ່ງໄດ້ເກີດໄຟໄໝ້ຢູ່ຊານເມືອງນະຄອນຫຼວງບາງກອກ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ. ຫຼັງຈາກເກີດເຫດແລ້ວ, ຈີນໃຫ້ຄວາມເອົາໃຈໃສ່ຫຼາຍຕໍ່ສະພາບການຊ່ວຍກອບກູ້. ໂດຍຕອບສະໜອງຕາມຄວາມຮຽກຮ້ອງຂອງໄທ, ສະຖານທູດຈີນປະຈຳໄທໄດ້ຜ່ານຫ້ອງການພົວພັນກັບຕ່າງປະເທດຂອງອົງການປົກຄອງນະຄອນຊົວທາວຈີນເພື່ອຊື້ຢາທາແກ້ໄຟລວກງວດໜຶ່ງຈາກຈີນໂດຍດ່ວນ, ທັງສົ່ງໄປຮອດໄທຢ່າງວ່ອງໄວທີ່ສຸດ.